ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 21 ສິງຫາ 2020
- Steve Bannon ອະດີດຫົວໜ້າຝ່າຍບໍລິຫານດ້ານການປຸກລະດົມຫາສຽງຂອງປະທານາທິບໍດີ ໂດນັລ ທຣຳ ເຊິ່ງຕໍ່ມາໄດ້ກາຍເປັນນັກຍຸດທະສາດຂອງທຳນຽບຂາວ ຖືກຟ້ອງໃນຂໍ້ຫາສໍ້ໂກງ ໂດຍໄອຍະການຂອງລັດຖະບານກາງ.
Bannon ແລະ ໝູ່ອີກ 3 ຄົນ ສາມາດລະດົມທຶນໄດ້ຫລາຍກວ່າ 25 ລ້ານໂດລາສະຫະລັດ ຈະໂຄງການເພື່ອສະໜັບສະໜູນກຳແພງຊາຍແດນແມັກຊິກທີ່ທ່ານ ທຣຳ ສະເໜີ. ຂະນະທີ່ ໄອຍະການກ່າວຫາວ່າ: ພວກເຂົາໄດ້ຮັບຜົນປະໂຫຍດເປັນການສ່ວນຕົວ ແລະ ປົກປິດການກະທຳຂອງພວກເຂົາ ໂດຍການໂຍກຍ້າຍເງິນຜ່ານ Shell Company* ແລະ ອົງການບໍ່ສະແຫວງຫາຜົນກຳໄລ ເຊິ່ງຄວບຄຸມໂດຍ Bannon.
*ໝາຍເຖິງບໍລິສັດທີ່ບໍ່ມີສິນຊັບ ຫລື ການດຳເນີນງານເປັນຂອງຕົນເອງຢ່າງຈະແຈ້ງ ສ່ວນຫລາຍເປັນບໍລິສັດທີ່ສ້າງໄວ້ຫລອກໆ ເພື່ອໂຍກຍ້າຍ ຫລື ເຊື່ອງເງິນ.
- ສານລັດຖະບານກາງແຫ່ງອາເມລິກາ ໄດ້ຕັດສິນວ່າການສອບສວນທາງດ້ານການເງິນຂອງທ່ານ ທຣຳ ຈະສາມາດດຳເນີນຕໍ່ໄປໄດ້ ໂດຍໄອຍະການປະຈຳເມືອງ Manhattan ກຳລັງສະແຫວງຫາຂໍ້ມູນກ່ຽວກັບການຈ່າຍເງິນກ້ອງໂຕະທີ່ທ່ານ ທຣຳ ຖືກກ່າວຫາ.
ໃນເດືອນກໍລະກົດຜ່ານມາ, ສານສູງຂອງອາເມລິກາ ໄດ້ປະຕິເສດຄຳຮ້ອງທີ່ວ່າ: ປະທານາທິບໍດີຂອງປະເທດຈະໄດ້ຮັບການປ້ອງກັນຢ່າງສົມບູນຈາກການສືບສວນ-ສອບສວນໂດຍຝ່າຍນິຕິບັນຍັດຂອງປະເທດ. ຂະນະທີ່ ການພິຈາລະນາຄະດີຄັ້ງໃໝ່ໄດ້ກະທຳໂດຍປະຕິເສດຂໍ້ຂັດແຍ່ງຫລ້າສຸດຂອງທ່ານ ທຣຳ ທີ່ວ່າ: ໝາຍສານດັ່ງກ່າວເປັນການລ່ວງລ້ຳ ແລະ ລະເມີດສິດທິມະນຸດຂອງທ່ານ.
- Alibaba ເປີດເຜີຍລາຍໄດ້ຂອງໄຕມາດທີ 2 ເພີ່ມຂຶ້ນ 34% ເມື່ອທຽບໃສ່ແຕ່ລະປີ ສູ່ລະດັບ 22.000 ລ້ານໂດລາສະຫະລັດ ໂດຍ Daniel Zhang ປະທານຂອງບໍລິສັດ ກ່າວວ່າ: ການເພີ່ມຂຶ້ນຂອງການຊື້ເຄື່ອງອອນລາຍໄດ້ຮັບແຮງສະໜັບສະໜູນຈາກການລະບາດຂອງ COVID-19.
ເຖິງຢ່າງໃດກໍຕາມ, ພວກເຂົາກ່າວອີກວ່າ: Alibaba ກຳລັງຕິດຕາມນະໂຍບາຍການຄ້າຂອງອາເມລິກາຢ່າງລະມັດລະວັງ ເນື່ອງຈາກຄວາມເຄັ່ງຕຶງລະຫວ່າງທັງ 2 ປະເທດກຳລັງເພີ່ມຂຶ້ນຢ່າງວ່ອງໄວ ແລະ ຕໍ່ເນື່ອງ.
- ຈຳນວນຜູ້ຂໍຮັບສະຫວັດດີການເບື້ອງຕົ້ນຂອງອາເມລິກາ ເພີ່ມຂຶ້ນປະມານ 135.000 ຄົນໃນອາທິດຫລ້າສຸດ ສູ່ລະດັບ 1,1 ລ້ານຄົນ ຈາກ 971.000 ຄົນໃນອາທິດກ່ອນໜ້ານັ້ນ ເຊິ່ງຕົວເລກທີ່ເພີ່ມຂຶ້ນນີ້ໄດ້ເພີ່ມການປັ່ນປ່ວນໃຫ້ແກ່ຕະຫລາດເລັກໜ້ອຍ. ຂະນະທີ່ຕະຫລາດຫຸ້ນຊື້-ຂາຍກັນໃນລະດັບສູງສຸດ ແລະ ມີການຈ້າງງານເພີ່ມຂຶ້ນ 1,8 ລ້ານຕຳແໜ່ງໃນເດືອນກໍລະກົດຜ່ານມາ.
ທາງສະພາຄອງເກຣດ ແລະ ທຳນຽບຂາວ ໄດ້ລົ້ມເຫລວທີ່ຈະບັນລຸຂໍ້ຕົກລົງເພື່ອຂະຫຍາຍໄລຍະເວລາຂອງສະຫວັດດີການວ່າງງານ ເຊິ່ງກຳລັງຈະໝົດອາຍຸໃນມໍ່ໆນີ້. ຂະນະທີ່ ຜົນກະທົບຈາກການລະບາດຂອງ COVID-19 ຍັງຄົງດຳເນີນຕໍ່ໄປ.
- ປະເທດສະວີເດັນໄດ້ລາຍງານຕົວເລກຜູ້ເສຍຊີວິດຈາກທຸກສາເຫດໃນຮອບ 6 ເດືອນຜ່ານມາເປັນຈຳນວນສູງທີ່ສຸດນັບແຕ່ປີ 1869 ເຖິງວ່າພວກເຂົາຈະຢູ່ຫ່າງໄກຈາກສົງຄາມຄັ້ງໃຫຍ່ ແລະ ເຫດນອງເລືອດມາຕະຫລອດທົດສະວັດທີ 20.
ແນວທາງຂອງພວກເຂົາທີ່ເລືອກຈະບໍ່ Lockdown ປະເທດຫລັງຈາກມີການລະບາດຂອງ COVID-19 ເກີດຂຶ້ນເຮັດໃຫ້ສະວີເດັນມີຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫລາຍກວ່າປະເທດໃກ້ຄຽງ ໂດຍຄັ້ງສຸດທ້າຍທີ່ມີຜູ້ເສຍຊີວິດເປັນຈຳນວນຫລາຍໃນຮອບເຄິ່ງປີ ກໍຄືໃນໄລຍະທີ່ປະເທດກຳລັງຢູ່ໃນສະພາບອຶດຫິວ.
- ຫລັງຈາກຫລາຍປີຜ່ານມາກ່ຽວກັບເລື່ອງຂອງແຂກທີ່ຈັດງານສັງສັນ ຈົນມາເຖິງໄລຍະທີ່ມີການລະບາດຂອງ COVID-19 ເກີດຂຶ້ນນີ້ ໄດ້ເຮັດໃຫ້ Airbnb ເຊິ່ງເປັນແພລກຟອມໃຫ້ເຊົ່າເຮືອນຈຳເປັນຕ້ອງຄວບຄຸມປະລິມານລູກຄ້າຂອງພວກເຂົາ.
ໂດຍໃນໄລຍະຫລັງຈາກນີ້ໄປ ຈຳນວນຜູ້ເຂົ້າພັກພາຍໃນເຮືອນຕ່າງໆຈະຕ້ອງຖືກຈຳກັດຈຳນວນບໍ່ໃຫ້ຫລາຍເກີນໄປ ລວມທັງບໍລິສັດຈະເພີ່ມຄວາມເຂັ້ມງວດ ເພື່ອຕໍ່ຕ້ານການຈັດງານສັງສັນທີ່ຜິດກົດໝາຍ.
ນອກຈາກນີ້ ໃນວັນທີ 19 ສິງຫາຜ່ານມາ ພວກເຂົາໄດ້ຍື່ນເອກະສານຕໍ່ໜ່ວຍງານເບິ່ງແຍງຂອງອາເມລິກາ ເພື່ອສະເໜີຂາຍຫຸ້ນຕໍ່ປະຊາຊົນທົ່ວໄປເປັນຄັ້ງທຳອິດ.