ຮອງເຈົ້າແຂວງສະຫວັນນະເຂດລົງກວດກາ ຜົນເສຍຫາຍຈາກຕາຝັ່ງນ້ຳເຊບັ້ງໄຟເຊາະເຈື່ອນທີ່ເມືອງໄຊບູລີ
ໃນວັນທີ 19 ສິງຫານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ລົງຕິດຕາມກວດກາຜົນເສຍຫາຍ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວປະຊາຊົນທີ່ຖືກຜົນກະທົບຈາກຕາຝັ່ງນ້ຳເຊບັ້ງໄຟເຈື່ອນຢູ່ເຂດບ້ານທ່າຂາມ ເມືອງໄຊບູລີ ເຊິ່ງເປັນບ້ານທີ່ຕັ້ງຢູ່ລຽບແຄມເຊດັ່ງກ່າວເມື່ອຜ່ານມາ ຍ້ອນຝົນຕົກໜັກ ແລະ ນ້ຳເຊບັ້ງໄຟຍຶ່ງສູງຂຶ້ນໄດ້ຮັບຄວາມເສຍຫາຍເປັນບໍລິເວນກວ້າງ ເຮັດໃຫ້ຊັບສິນ ກໍຄືສິ່ງປຸກສ້າງ ແລະ ພື້ນທີ່ການຜະລິດຂອງປະຊາຊົນຖືກເຊາະເຈື່ອນ ໃນນີ້ມີ 4 ຄອບຄົວທີ່ຖືກຜົນກະທົບໜັກ ເຊິ່ງມີເລົ້າເຂົ້າ 1 ຫລັງ, ຫ້ອງນ້ຳ, ຜົນລະປູກຂອງປະຊາຊົນ ແລະ ມີຮອຍດິນແຕກເຂົ້າມາບໍລິເວນເຮືອນອີກປະມານ 3-5 ແມັດ ທີ່ມີຄວາມສຸ່ມສ່ຽງຕໍ່ເຮືອນຊານປະຊາຊົນຈຳນວນ 4 ຫລັງຈະຕ້ອງໄດ້ຍົກຍ້າຍອອກໄປໃນໄວໆນີ້.
ຈາກນັ້ນ, ທ່ານຮອງເຈົ້າແຂວງ ກໍໄດ້ສືບຕໍ່ລົງສຳຫລວດເບິ່ງສະພາບຄວາມເສຍຫາຍ ແລະ ຂອບເຂດທີ່ມີຄວາມສ່ຽງຈາກການເຊາະເຈື່ອນຂອງຕາຝັ່ງເຊບັ້ງໄຟໃນບ້ານບົວໄຂ ເຊິ່ງກໍເປັນອີກບ້ານໜຶ່ງທີ່ໄດ້ຮັບຜົນກະທົບໜັກໜ່ວງເຊັ່ນກັນ ໂດຍໃນປີ 2019 ໄດ້ມ້າງ ແລະ ຍ້າຍເຮືອນຂອງປະຊາຊົນທີ່ຢູ່ໃນເຂດສ່ຽງຖືກເຈື່ອນອອກໄປບ່ອນປອດໄພ ຈຳນວນ 7 ຫລັງ ແລະ ສະເພາະປີ 2020 ນີ້ ກໍຍັງສືບຕໍ່ຍ້າຍເຮືອນທີ່ຢູ່ໃນຈຸດສ່ຽງອອກໄປອີກຈຳນວນ 10 ຫລັງໃນໄວໆນີ້.