ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 19 ສິງຫານີ້ ໂດຍການເຂົ້າຮ່ວມຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ມີສະມາຊິກພັກສົມບູນ ຈຳນວນ 153 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກ ຈຳນວນ 1.270 ສະຫາຍ ເຂົ້າຮ່ວມ.
ໃນກອງປະຊຸມ ພາຍຫລັງສະຫາຍ ພັນເອກ ສີທະວີໄຊ ເລຂາຄະນະບໍລິຫານງານພັກກອງບັນຊາການທະຫານແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ, ຈາກນັ້ນ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຮອງເລຂາຄະນະພັກ ກໍໄດ້ຜ່ານບົດລາຍງານການເມືອງຂອງອົງຄະນະພັກແຂວງ ໃນຕະຫລອດໄລຍະ 5 ປີຜ່ານມາ ເຊິ່ງເປັນຄະນະພັກໜຶ່ງຮັບຜິດຊອບໂດຍກົງຕໍ່ຄະນະປະຈຳພັກແຂວງ ແລະ ຄະນະພັກກະຊວງປ້ອງກັນປະເທດ ໃນການຊີ້ນຳ-ນຳພາ, ກໍ່ສ້າງພັກ, ກໍ່ສ້າງກຳລັງທະຫານທ້ອງຖິ່ນໄດ້ມີຄວາມເຂັ້ມແຂງ-ໜັກແໜ້ນ, ເປັນກຳລັງຫລັກແຫລ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາກົມກອງທ້ອງຖິ່ນໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນດ້ານພະລາທິການ ແລະ ໜ້າທີ່ພົວພັນຮ່ວມມືກັບສາກົນ. ຈາກນັ້ນຍັງໄດ້ຜ່ານທິດທາງແຜນການຮອດປີ 2025. ແລ້ວຈາກນັ້ນ ຜູ້ແທນສົມບູນທີ່ເຂົ້າຮ່ວມ ຈຳນວນ 153 ສະຫາຍ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກທັງໝົດ 13 ສະຫາຍ, ເລືອກເອົາ 11 ສະຫາຍ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກດັ່ງກ່າວໄດ້ເລືອກເອົາ ສະຫາຍ ພັນເອກ ສີທະວີໄຊ ເປັນເລຂາຄະນະພັກ.
ໃນໂອກາດນີ້, ສະຫາຍ ສັນຕິພາບ ພົມວິຫານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງຫລາຍດ້ານໃນການປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາທ້ອງຖິ່ນໄດ້ມີຜົນສຳເລັດເປັນກ້າວໆມາ ອັນເປັນປັດໄຈຕົ້ນຕໍກວ່າໝູ່ກໍແມ່ນຄວາມເປັນເອກະພາບການນຳພາຂອງຄະນະພັກ ແລະ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງພະນັກງານສະມາຊິກພັກ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ປະຕິບັດຂໍ້ກຳນົດກົດລະບຽບບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ມີປັດໄຈໃໝ່ດີຂຶ້ນ ອັນໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນ, ນັບຖືຮັກແພງ ແລະ ໄວ້ວາງໃຈຕໍ່ກຳລັງຂອງພວກເຮົາ.