60 ກຸ່ມບໍລິສັດຂະໜາດໃຫ່ຍຂອງເກົາຫຼີໃຕ້ ຈະເຂົ້າຮ່ວມກອງປະຊຸມດຶງດູດການລົງທຶນຢູ່ແຂວງ ກວາງນິງ ຫວຽດນາມ.
August 21, 2020 - 4:51 PM
ຂ່າວຈາກ thoidai, ວັນທີ 21 ສິງຫານີ້ ລາຍງານວ່າ: ກອງປະຊຸມດຶງດູດການລົງທຶນຈາກບໍລິສັດຂອງເກົາຫຼີໃຕ້ຢູ່ທີ່ແຂວງກວາງນິງ ໄດ້ສ້າງຄວາມສົນໃຈໃຫ້ຫຼາຍກ່ວາ 60 ບໍລິສັດຂອງເກົາຫຼີໃຕ້ເຂົ້າຮ່ວມ.
ຕອນເຊົ້າວັນທີ 20 ສິງຫາ, ປະທານຄະນະກຳມະການປະຊາຊົນແຂວງກວາງນິງ ຫງວຽນວັນຖັງ ໃຫ້ຮູ້ວ່າ: ກອງປະຊຸມດຶງດູດການລົງທຶນຈາກເກົາຫຼີໃຕ້ໃນປີ 2020 ຄາດວ່າຈະໄຂຂຶ້ນໃນລະຫວ່າງວັນທີ 28-29 ສິງຫານີ້, ຢູ່ທີ່ ນະຄອນກວາງນິງ.
ກອງປະຊຸມຄັ້ງນີ້ຄາດວ່າຈະມີປະມານ 60 ກ່ວາກຸ່ມບໍລິສັດຂອງເກົາຫຼີໃຕ້ຈະຫາໂອກາດເຂົ້່ຮ່ວມ ແລະ ຮ່ວມມືໃນການລົງທຶນຢູ່ທີ່ແຂວງກວາງນິງ.
ຂ່າວ: ລູກເມືອງພວນ.