ສຕລ.ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດປະຈຳປີ 2020

ໃນວັນທີ 21 ສິງຫານີ້ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນທີ່ປຶກສາສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍເລັ່ງໃສ່ 5 ຂໍ້ຫຼັກຄື: ເສີມຂະຫຍາຍສາຍພົວພັນກັບສະຫະພັນບານເຕະບັນດາແຂວງ ແລະ ນະຄອນຫລວງ, ເສີມຂະຫຍາຍຈຳນວນພົນເຂົ້າຮ່ວມກິດຈະກຳກິລາບານເຕະໃຫ້ຫລາຍຂຶ້ນໃນທົ່ວປະເທດ, ສ້າງອາຊີບ ແລະ ພັດທະນາບຸກຄະລາກອນກິລາບານເຕະ, ເສີມຂະຫຍາຍກິລາບານເຕະຂັ້ນພື້ນຖານໃນຊຸມຊົນ ແລະ ທ້ອງຖິ່ນ ແລະ ສ້າງກິລາບານເຕະໃຫ້ເປັນກິດຈະກຳຍອດນິຍົມອັນດັບໜື່ງຂອງລາວ.

ໃນກອງປະຊຸມ, ທ່ານປະທານສະຫະພັນບານເຕະແຫ່ງຊາດ ໄດ້ເນັ້ນໃຫ້ສະຫະພັນບານເຕະບັນດາແຂວງໃນທົ່ວປະເທດອອກຄຳຄິດຄຳເຫັນເພື່ອຊ່ວຍກັນພັດທະນາວົງການບານເຕະລາວໃຫ້ພັດທະນາຂຶ້ນນເຊັ່ນ: ການຈັດຕັ້ງຂອງສະຫະພັນບານເຕະແຂວງ, ທິດທາງໃນການເພີ່ມຈຳນວນພົນກິລາບານເຕະໃຫ້ຫລາຍຂຶ້ນໃນທົ່ວປະເທດ, ຝຶກອົບຮົມກຳມະການຕັດສິນ, ຄູຝຶກ, ການບໍລິຫານຕ່າງໆ, ສົ່ງເສີມນັກກິລາບານເຕະທ້ອງຖິ່ນ ເພື່ອເປັນຕົວແທນໃຫ້ແຂວງ, ວິທີການສະກັດກັ້ນການລົ້ມບານທຸກຮູບແບບ.

ພ້ອມດຽວກັນນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ເຮັດຫນັງສືເຊີນແຕ່ລະແຂວງ ແລະ ນະຄອນຫລວງ ເພື່ອກຽມຈັດການແຂ່ງຂັນບານເຕະທົ່ວປະເທດ (ປະເພດຍິງ ແລະ ຊາຍ) ເພື່ອຂໍ່ານັບຮັບຕ້ອນວັນຊາດ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ. ການແຂ່ງຂັນລາຍການດັ່ງກ່າວຈະຈັດຂຶ້ນໃນເດືອນພະຈິກຈະເຖິງນີ້.











