ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ

ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ -                                                                       4                                               10 3 - ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ
ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ - kitchen vibe - ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ

ແຫລ່ງຂ່າວ (ຂປລ) ລາຍງານວ່າ: ລັດຖະບານລາວ, ຈະອອກນິຕິກໍາຕື່ມອີກຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ມີໂອກາດກັບຄືນມາສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງຕົນຫລາຍຂຶ້ນ ແລະ ຜ່ານມາພາຍໃຕ້ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານເຮົາ, ໄດ້ເຮັດໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດເປັນຈໍານວນບໍ່ໜ້ອຍ, ລ້ວນແຕ່ຢາກກັບມາລົງທຶນ, ຢ້ຽມຢາມ, ທ່ອງທ່ຽວ ແລະ ກັບມາດໍາລົງຊີວິດແບບຖາວອນຢູ່ ລາວ ນັບມື້ເພີ່ມຂຶ້ນ.

ທ່ານ ຫຽມ ພົມມະຈັນ ກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ລາຍງານຕໍ່ກອງປະຊຸມສາມັນຄົບຄະນະ ກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X ທີ່ສໍາເລັດລົງເມື່ອບໍ່ດົນມານີ້ ວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືວ່າພີ່ນ້ອງຊາວລາວ ທີ່ອາໃສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນ, ຊຶ່ງບໍ່ຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວໄດ້, ເປັນແຫລ່ງກໍາລັງແຮງອັນໜຶ່ງ ໃນການສ້າງສາພັດທະນາປະເທດຊາດ, ເປັນປັດໄຈສໍາຄັນ ໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ເຂົາເຈົ້າອາໃສຢູ່ ແລະ ອົງການຈັດຕັ້ງສາກົນ.

ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ - Visit Laos Visit SALANA BOUTIQUE HOTEL - ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ

ທ່ານ ຫຽມ ພົມມະຈັນ ກ່າວວ່າ: ຜ່ານການຢ້ຽມຢາມ ແລະ ພົບປະກັບພີ່ນ້ອງເຊື້ອຊາດລາວ ຢູ່ຫລາຍປະເທດ, ຄະນະທີ່ປຶກສາໄດ້ຮັບຮູ້ຄວາມມຸ້ງມາດປາຖະໜາ ຂອງເຂົາາເຈົ້າໃນລຸ້ນຕ່າງໆ ແລະ ໄດ້ສະເໜີຕໍ່ລັດຖະບານ ເພື່ອພິຈາລະນາອອກຕິນິກໍາຈໍານວນໜຶ່ງ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ພີ່ນ້ອງເຊື້ອຊາດລາວໃນການມາຢ້ຽມຢາມ, ແຕ່ງດອງ, ກັບຄືນມາຢູ່ຢ່າງຖາວອນ ແລະ ດໍາເນີນທຸລະກິດ ແລະ ຍັງເຫັນວ່າ: ຄົນເຊື້ອຊາດລາວລຸ້ນໜຸ່ມ ທີ່ເກີດ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ ແມ່ນມີຈໍານວນເພີ່ມຂຶ້ນ, ພວກເຂົາໄດ້ຮັບການສຶກສາ ແລະ ປະກອບອາຊີບທີ່ແຕກຕ່າງກັນ, ຫລາຍຄົນມີວິຊາສະເພາະ ແລະ ປະສົບການສູງ. ຕໍ່ບັນຫານີ້, ແນວລາວສ້າງຊາດປະຈໍາແຕ່ລະປະເທດ ຕ້ອງມີສະໂມສອນ ຫລື ສູນສິດສອນຮຽນພາສາລາວ ແລະ ວັດທະນະທໍາລາວ ໃຫ້ແກ່ເຂົາເຈົ້າ. ນອກຈາກນີ້, ວັດລາວ ຢູ່ຕ່າງປະເທດແມ່ນເປັນສູນລວມທີ່ສໍາຄັນ ໃນການປະຕິບັດ ທໍາ ແລະ ຮີດຄອງພຸດທະສາສະໜາ, ຊຶ່ງໃນຕໍ່ໜ້າ ພີ່ນ້ອງລາວຢູ່ແຕ່ລະປະເທດ ຈະໄດ້ສາມັກຄີກັນສືບຕໍ່ອຸ້ມຊູ ແລະ ປົກປັກຮັກສາໃຫ້ໝັ້ນຄົງຍາວນານ ແລະ ເຊື້ອໝັ້ນວ່າພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດຈະໃຫ້ການປະກອບສ່ວນຕາມຄວາມອາດສາມາດຂອງແຕ່ລະຄົນ ເພື່ອສ້າງສາພັດທະນາວົງຄະນະຍາດໃຫ້ຈະ ເລີນຮຸ່ງເຮືອງ ແລະ ກ້າວໄປສູ່ຄວາມວັດທະນາຖາວອນ, ຊຶ່ງແມ່ນເປົ້າໝາຍສູງສຸດຂອງຊາດລາວ.

ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ - 4 - ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!