ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ -                                                                       4                                               14 2 - ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ
ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ - kitchen vibe - ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ໃນວັນທີ 24 ສິງຫານີ້, ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢຽມ ແລະ ເຮັດວຽກ ພົບປະໂອ້ລົມ ຕໍ່ຄະນະປະຈຳພັກແຂວງ, ຫົວໜ້າພະເເນກການ ແລະ ກົມກອງ ຢູ່ພາຍໃນແຂວງຊຽງຂວາງ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໄດ້ລາຍງານສະພາບການລວມ ໂດຍຫຍໍ້ ການປະຕິບັດໜ້າທີ່ວຽກງານພາຍໃນແຂວງຊຽງຂວາງ ເຊິ່ງໃນໄລຍະຜ່ານມາໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ພະຍາດໄຂ້ເລືອດອອກ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະ ກິດ ພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້. ເຖິງຢ່າງໃດກໍ່ຕາມ ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ໃນການນໍາພາ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ໃຫ້ກຸ້ມພາຍໃນແຂວງ, ສ້າງເງື່ອນໄຂໃຫ້ບັນດາທຸລະກິດ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງເພິ່ງຕົນເອງ ເພື່ອຮັກສາຈັງຫວະການເຕີບໂຕທາງດ້ານເສດຖະກິດ ບໍ່ໃຫ້ຫລຸດໂຕນກັນຫລາຍ, ກໍ່ສ້າງພື້ນຖານໂຄງລ່າງທີ່ມີຄວາມຈໍາເປັນ, ຫັນພະນັກງານລົງກໍ່ສ້າງຮາກຖານ ຢູ່ຊົນນະບົດ, ຢູ່ເຂດຈຸດສຸມ ແລະ ຫັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນຮອບດ້ານ ເຮັດໃຫ້ແຂວງຊຽງຂວາງ ມີສະຖຽນລະພາບ ທາງດ້ານການເມືອງ ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ.

ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ - 118162188 1414124082124701 7330423183113264281 o 300x200 - ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ໃນໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງແຂວງຊຽງຂວາງ ສຸມໃສ່ການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໃຫ້ມີຄວາມພ້ອມຮອບດ້ານ ແລະ ທັນຕາມເວລາທີ່ໄດ້ກຳນົດໄວ້. ພ້ອມນີ້, ຍັງໄດ້ຊີ້ນຳໃຫ້ແຕ່ລະອະນຸກຳມະການ ເປັນຕົ້ນ ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ ແລະ ອະນຸກຳມະການຂະບວນການ ຈົ່ງຮີບຮ້ອນກວດກາຄືນບັນດາໜ້າວຽກຂອງຕົນ ທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວນັ້ນ ວ່າອັນໃດທີ່ຍັງເປັນຂໍ້ຄ້າງ, ອັນໃດທີ່ຍັງບໍ່ທັນບັນລຸຕາມຄາດໝາຍ ແລະ ອັນໃດທີ່ຍັງບໍ່ທັນສົມບູນຄົບຖ້ວນ ແລ້ວພ້ອມກັນສືບຕໍ່ປັບປຸງໜ້າວຽກຂອງຕົນໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທຸກດ້ານ ເພື່ອຮັບປະກັນໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໄດ້ລຸລ່ວງ ແລະ ມີຄວາມພ້ອມຮ້ອຍສ່ວນຮ້ອຍ. ພ້ອມນີ້, ຍັງເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ຈົ່ງສືບຕໍ່ປັບປຸງແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກໃຫ້ເຂົ້າສູ່ລະບຽບຫລັກການ ຢ່າງລະອຽດຈະແຈ້ງ ໂດຍຢຶດໝັ້ນຕາມຫລັກການຂອງພັກຢ່າງເຂັ້ມງວດ.

ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ - 118291423 1414124232124686 698034957506773022 o 300x200 - ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ໃນນັ້ນ, ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ກ້າວເຂົ້າສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍຢ່າງເຄັ່ງຄັດ ໂດຍສອດຫ້ອຍກັບການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ກຳແໜ້ນເຊື່ອມຊຶມ ແລະ ເຂົ້າ ໃຈຢ່າງເລິກເຊິ່ງ ໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຄວາມສາມັກຄີບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ໃຫ້ເປັນປຶກແຜ່ນ, ພ້ອມກັນຕີຖອຍປະກົດການແນວຄິດຄັບແຄບ, ແນວຄິດທ້ອງຖິ່ນ ແລະ ແນວຄິດກຸ່ມກ້ອນ ບໍ່ໃຫ້ເກີດຂຶ້ນພາຍໃນພັກ ແລະ ໃນໝູ່ມະຫາຊົນຢ່າງເດັດຂາດ, ຕັ້ງໜ້າປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງໜັກແໜ້ນ ໂດຍຕິດພັນກັບການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງເຂົາເຈົ້າ ໃຫ້ເປັນຂະບວນການກວ້າງຂວາງ ເພື່ອສ້າງລາຍຮັບເຂົ້າຄອບ ຄົວ ໃຫ້ມີບາດກ້າວດີຂຶ້ນ, ໝັ້ນຄົງ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ພ້ອມກັນພັດທະນາເສດຖະກິດ ຂອງແຂວງຊຽງຂວາງ ໃຫ້ມີຖ່ວງທ່າເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ຄວາມສີວິໄລຂຶ້ນເລື້ອຍໆ.

ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ - 3 - ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!