ນະຄອນຫລວງວຽງຈັນເລັ່ງກວດກາຮ້ານບັນເທີງ


ຮອງຫົວໜ້າພະແນກ ຖວທ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນຄະນະສະເພາະກິດນະຄອນຫລວງໄດ້ສົມທົບກັບພະແນກ ຖວທ ແລະ ຫ້ອງວ່າການປົກຄອງ ນະຄອນຫລວງ, ພ້ອມກັບເຈົ້າໜ້າທີ່ກອງ ພັນເຄື່ອນທີ່ລົງຕິດຕາມກວດກາການເຄື່ອນ ໄຫວຂອງຮ້ານບັນເທີງຕ່າງໆທີ່ນອນໃນ 12 ເປົ້າໝາຍກວດກາ ຢູ່ໃນຂອບເຂດເມືອງຈັນທະບູລີ, ສີໂຄດຕະບອງ, ໄຊທານີ, ໄຊເຊດຖາ ແລະ ເມືອງສີສັດຕະນາກ ເຊັ່ນ:
ຮ້ານບັນເທີງວັອດຄລັບ, ເຟດທູເຟດ, ໄວຫວານ, ປາໄນຄຳ, ເດິຊິກເຄຣັດຟີນິກ, ມາກທູ , ຊາຍຄາຮົ່ມເຢັນ, ດາວຄຳ, ວີໂປ, ມາຣີນ່າ ແລະ ຮ້ານບັນ ເທີງພອຍໄພລິນ ແລະ ຜ່ານການລົງກວດ ກາຕົວຈິງເຫັນວ່າ: ບັນດາຮ້ານບັນ ເທີງດັ່ງກ່າວສ່ວນໃຫຍ່ໄດ້ຕື່ນຕົວປະຕິບັດຕາມຂໍ້ກຳນົດກົດລະບຽບເປັນຕົ້ນຮ້ານບັນເທີງ ຊາຍຄາຮົ່ມເຢັນ, ວີໂປ, ໄວຫວານ, ເດິຊິກເຄຣັດຟີນິກ, ແຕ່ຍັງມີບາງຮ້ານໄດ້ປິດບໍລິການດ້ານບັນເທີງ ແຕ່ໃຫ້ບໍລິການຮ້ານອາຫານ ເຊິ່ງມີຜູ້ມາໃຊ້ບໍລິການຫຼາຍບໍ່ສາມາດຮັກສາໄລຍະຫ່າງ ແລະ ສ່ຽງຕໍ່ການຕິດ ເຊື້ອພະຍາດໂຄວິດ-19 ເປັນຕົ້ນຮ້ານອາ ຫານເຟດທູເຟດ, ມາກທູ, ດາວຄຳ, ພອຍໄພ ລິນ ແລະ ມີຮ້ານບັນ ເທີງ-ຄາຣາໂອເກະຈຳນວນໜຶ່ງຍັງຝ່າຝືນລະບຽບການຕ່າງກຳນົດໄວ້ເຊັ່ນ: ຮ້ານບັນ ເທີງວັອດ ຄລັບ, ປາໄນຄຳ, ຄາຣາໂອເກະດອກຄາຍທອງ ແລະ ອັອດສະກ້າໄນຄລັບເລົ່ານີ້ເປັນຕົ້ນ.
ຊຶ່ງຕໍ່ບັນຫາດັ່ງກ່າວຄະນະສະເພາະກິດຕ້ານໂຄວິດ-19 ແລະ ພະແນກການກ່ຽວຂ້ອງກໍໄດ້ກ່າວເຕືອນຜູ້ກະທຳຜິດໃຫ້ມີການປັບປຸງຕົນເອງ, ຖ້າຫາກຍັງຝ່າຝືນກໍຈະຖືກດຳເນີນຄະດີຕາມລະບຽບກົດຫມາຍ