ນັກໂທດ 12 ຄົນ ໂຕນໜີຈາກຄ້າຍຄຸມຂັງ ໂພນຕ້ອງວານນີ້ຈັບໄດ້ຄືນແລ້ວ 5 ຄົນ ຈາກ
August 25, 2020 - 3:09 PM
ເຈົ້າຫນ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງຈັນທະບູລີ ນະຄອນຫລວງວຽງຈັນໃຫ້ຮູ້ເມື່ອວັນທີ 25 ສິງຫານີ້້ວ່າ: ມາຮອດປັດຈຸບັນເຈົ້າໜ້າທີ່ຄ້າຍຄຸມຂັງດັ່ງກ່າວສາມາດຈັບກຸມ ນັກໂທດທີ່ໂຕນອອກຈາກຄຸກນັ້ນໄດ້ແລ້ວ 5 ຄົນ, ຍັງອີກ 7 ຄົນ. ຊຶ່ງທັງໝົດແມ່ນນັກໂທດຄະດີຢາເສບຕິດ.
ເຈົ້າຫນ້າທີ່ຄ້າຍຄຸມຂັງໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ເຈົ້າໜ້າທີ່ ຄ້າຍຄຸມຂັງໄດ້ສົມທົບ ແລະ ກັບເຈົ້າຫນ້າທີ່ແຕ່ລະເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດເລັ່ງຕິດຕາມຈັຍກຸມເອົາ ນັກໂທດທີ່ຍັງຫຼົບຫນີນັ້ນມາໃຫ້ໄດ້ ເພື່ອມາດໍາເນີນຄະດີຕາມ ກົດໝາຍຂອງບ້ານເມືອງ, ໂດຍມີການຄົ້ນຊອກຢູ່ໃນຕົວເມືອງ, ກວດຄົ້ນລົດທີ່ເດີນທາງໄປມາຕ່າງແຂວງ…
ແຫລ່ງຂ່າວ: ໜັງສືພິມວຽງຈັນທາຍ