ຮອງລັດຖະມົນຕີກະຊວງການເງິນລົງຊີ້ນຳການເກັບລາຍຮັບຢູ່ 4 ແຂວງພາກໃຕ້
August 25, 2020 - 5:35 PM


ໃນວັນທີ 24 ສິງຫານີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ລົງເຄື່ອນໄຫວຊຸກຍູ້ການເກັບລາຍຮັບງົບປະມານຢູ່ບັນດາແຂວງພາກໃຕ້ຄື: (ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື).


ການພົບປະໂອລົມໄດ້ຈັດຂຶ້ນຢູ່ແຂວງຈຳປາສັກ, ເຊິ່ງທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ຮັບຟັງການລາຍງານໂດຍສັງເຂບຂອງຫົວໜ້າພະແນກການເງິນ 4 ແຂວງດັ່ງກ່າວ ໃນການຈັດເກັບລາຍຮັບງົບປະມານ 7 ເດືອນຜ່ານມາ ແລະ ທິດທາງແຜນການ 5 ເດືອນທ້າຍປີ 2020.


ຈາກນັ້ນ, ຮອງລັດຖະມົນຕີກະຊວງການເງິນ, ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້. ພ້ອມໄດ້ເອົາໃຈໃສ່ປະຕິບັດແຜນງົບປະ ມານສົກປີ 2020 ໃຫ້ສຳເລັດຜົນ, ການຈ່າຍເງິນເດືອນພະນັກງານ, ກວດກາຄືນການຊັກຊ້າ, ເມືອງໃດ, ຂົງເຂດໃດທີ່ຍັງບໍ່ທັນໄດ້ໃຊ້ບັດ ATM ກໍຕ້ອງໃຫ້ປັບປຸງ ແລະ ເລັ່ງສ້າງແຜນລາຍຮັບ-ລາຍຈ່າຍງົບປະມານປີ 2021 ໃຫ້ສຳເລັດຜົນໂດຍໄວ.