ເມສຊີແຈ້ງເຈດຈຳນົງຕ້ອງການຍ້າຍອອກຈາກບາເຊໂລນາ..!
August 26, 2020 - 9:28 AM
ຕາມການລາຍງານຂອງສຳນັກຂ່າວ Sport.es ໃຫ້ຮູ້ວ່າ: ກອງໜ້າກັບຕັນຂອງທີມບາເຊໂລນາ ລີໂອເນວ ເມສຊີ ໄດ້ແຈ້ງທາງສະໂມສອນວ່າ ຕົນເອງມີຈຸດປະສົງຂໍຍ້າຍທີມ ເຮັດໃຫ້ຂ່າວນີ້ດັງໄປທົ່ວໂລກ ສ້າງຄວາມຕົກໃຈໃຫ້ກັບແຟນບານບາຊ່າ ທີ່ອາດຈະເສຍເມສຊີໄປ ແລະ ຄາດວ່າໜ້າຈະມີພຽງແຕ່ 3 ສະໂມສອນໃຫຍ່ທີ່ສາມາດຈະດຶງເມສຊີ ເຂົ້າຮ່ວມທີມໄດ້ເຊັ່ນ: ແມນເຊັດເຕີ້ ຊິຕີ້,ອິນເຕີ ມິລານ ແລະ ປາຣີ ເເຊງເເຊກແມງ

ເມສຊີ ໄດ້ແຈ້ງເຈດຈຳນົງຍ້າຍອອກຈາກທີມນັ້ນມີຫຼາຍສາເຫດຄື: ເພາະວ່າພາທີມເສຍຢ່າງຂາດລອຍໃຫ້ ບາເຢິນມິວນິກ ທີມແຊ້ມຢູຟ້າແຊ້ມປ້ຽນລີກລະດູການຫຼ້າສຸດ 2-8 ແລະ ອີກເຫດຜົນໜື່ງຄື ເມສຊີ ອາດບໍ່ຢາກຮ່ວມແຜນການສ້າງທີມຂອງຄູຝຶກຄົນໃໝ່ຢ່າງ ໂຣໂນ ຄູມັນ ແຕ່ເຖີງຢ່າງໃດກໍ່ຕາມຄ່າຕົວ ເມສຊີ ທີ່ຈະໄດ້ຍ້າຍອອກໄປໄດ້ນັ້ນທາງ ບາຊາ ໄດ້ຕັ້ງຄ່າຕົວສູງເຖີງ 700 ລ້ານເອີໂຣ













