ເມສຊີແຈ້ງເຈດຈຳນົງຕ້ອງການຍ້າຍອອກຈາກບາເຊໂລນາ..!

Ra

ກິລາ

ຕາມການລາຍງານຂອງສຳນັກຂ່າວ  Sport.es  ໃຫ້ຮູ້ວ່າ: ກອງໜ້າກັບຕັນຂອງທີມບາເຊໂລນາ ລີໂອເນວ ເມສຊີ ໄດ້ແຈ້ງທາງສະໂມສອນວ່າ ຕົນເອງມີຈຸດປະສົງຂໍຍ້າຍທີມ ເຮັດໃຫ້ຂ່າວນີ້ດັງໄປທົ່ວໂລກ ສ້າງຄວາມຕົກໃຈໃຫ້ກັບແຟນບານບາຊ່າ ທີ່ອາດຈະເສຍເມສຊີໄປ ແລະ ຄາດວ່າໜ້າຈະມີພຽງແຕ່ 3 ສະໂມສອນໃຫຍ່ທີ່ສາມາດຈະດຶງເມສຊີ ເຂົ້າຮ່ວມທີມໄດ້ເຊັ່ນ: ແມນເຊັດເຕີ້ ຊິຕີ້,ອິນເຕີ ມິລານ ແລະ ປາຣີ ເເຊງເເຊກແມງ

ເມສຊີ ໄດ້ແຈ້ງເຈດຈຳນົງຍ້າຍອອກຈາກທີມນັ້ນມີຫຼາຍສາເຫດຄື: ເພາະວ່າພາທີມເສຍຢ່າງຂາດລອຍໃຫ້ ບາເຢິນມິວນິກ ທີມແຊ້ມຢູຟ້າແຊ້ມປ້ຽນລີກລະດູການຫຼ້າສຸດ  2-8 ແລະ ອີກເຫດຜົນໜື່ງຄື ເມສຊີ ອາດບໍ່ຢາກຮ່ວມແຜນການສ້າງທີມຂອງຄູຝຶກຄົນໃໝ່ຢ່າງ ໂຣໂນ ຄູມັນ ແຕ່ເຖີງຢ່າງໃດກໍ່ຕາມຄ່າຕົວ ເມສຊີ ທີ່ຈະໄດ້ຍ້າຍອອກໄປໄດ້ນັ້ນທາງ ບາຊາ ໄດ້ຕັ້ງຄ່າຕົວສູງເຖີງ 700 ລ້ານເອີໂຣ

ສຳຫຼັບ ເມສຊີ ນັ້ນຖືວ່າເປັນນັກເຕະທີ່ຢູ່ຄຽງຂ້າງບາຊາຍາວນານເຖີງ 16 ປີ ພາທີມຄວ້າແຊ້ມ ລາລີກາສະເປນ,ຢູຟ້າແຊ້ມປ້ຽນລີກ ແລະ ຄວ້າແຊ້ມກັບທີມໄປເຖີງ 33 ຂັນ, ປັດຈຸບັນ ເມສຊີ ໄວ 33 ປີ ລົງແຂ່ງຂັນໃຫ້ບາຊາໄປແລ້ວ 731 ນັດ ຍິງໄດ້ 634 ປະຕູ