ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ

- kitchen vibe - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ

- 96631088 acc86e96 073f 4f25 a01e da257e08fc32 - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ

ລາຍ​ງານ​ຂອງ​ອົງການ​ອະນາ​ໄມ​ໂລກ​ລະບຸ​ວ່າ: ສະຖານະ​ການ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອະຫິວາ​ຢູ່​ເຢ​ເມນ ຢູ່​ໃນ​ລະດັບ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ ​ໂດຍ​ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ວັນ​ລະ 5.000 ຄົນ ​ແລະ ຈຳນວນ​ຜູ້​ເສຍ​ຊີວິດ​ມີ​ຫລາຍ​ກວ່າ 1.300 ຄົນ ນັບ​ແຕ່​ເດືອນ​ເມສາ​ເປັນຕົ້ນມາ.

- Visit Laos Visit SALANA BOUTIQUE HOTEL - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ
- Visit Laos Visit SALANA BOUTIQUE HOTEL - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ

 

+ ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ

+ ເຢເມນຜະເຊີນວິກິດຄົນອຶດຫິວ-ອະຫິວາລະບາດໜັກ

 

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນ​ເຈ​ນີວາ ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 25 ມິຖຸນາ​ນີ້​ວ່າ: ອົງການ​ອະນາ​ໄມ​ໂລກ (WHO) ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 24 ມິຖຸນາ​ວ່າ: ຈຳນວນ​ຜູ້​ຕິດ​ເຊື້ອພະຍາດ​ອະຫິວາ​ຢູ່​ເຢ​ເມ​ນນັບ​ແຕ່​ທ້າຍ​ເດືອນ​ເມສາ​ຜ່ານ​ມາ​ເພີ່ມ​ຂຶ້ນ​ເປັນ​ຫລາຍ​ກວ່າ 200.000 ຄົນ​ແລ້ວ ຫລື ​ໂດຍ​ສະ​ເລ່ຍຄື​ຈະ​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຈຳນວນ​ວັນ​ລະ​ປະມານ 5.000 ຄົນ ​ເຊິ່ງຖ້າ​ປ່ອຍ​ໃຫ້​ສະຖານະ​ການ​ເປັນ​ແບບ​ນີ້​ຕໍ່​ໄປ ທ່າ​ອ່ຽງຜູ້​ຕິດ​ເຊື້ອພະຍາດ​ອະຫິວາ​ຢູ່​ເຢ​ເມນ​ອາດ​ເພີ່ມ​ເປັນ 300.000 ຄົນ​ພາຍ​ໃນ​ເດືອ​ນສິງຫາ​ນີ້, ສ່ວນ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ປັດຈຸບັນ​ມີ​ຢ່າງ​ໜ້ອຍ 1.310 ຄົນ.

- 96631089 b276d96c f53a 4a47 80f2 07814f9cb0fa - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ

ທັງ​ນີ້, WHO ປະກາ​ດ​ໃນ​ອາທິດ​ຜ່ານ​ມາ​ວ່າ: ຈະ​ມີ​ການ​ສົ່ງ​ວັກ​ແຊງ​ປ້ອງ​ກັນ​ພະຍາດ​ອະຫິ​ວາ​ຈຳນວນ 1 ລ້ານ​ຂະໜານ​ໄປ​ເຢ​ເມນ ​ແລະ ການ​ສົ່ງ​ເຈົ້າໜ້າ​ທີ່​ລົງພື້ນທີ່​ເຄາະ​ປະຕູ​ເຮືອນ ​ເພື່ອ​ໃຫ້​ຄວາມ​ຮູ້​​ແກ່​ປະຊາຊົນ​ກ່ຽວ​ກັບ​ການ​ບໍລິ​ໂພ​ກນ້ຳສະອາດ ​ແລະ ການຈັດ​ຫານ້ຳສະອາດ​ທີ່​ຖືກ​ສຸຂະ​ລັກສະນະ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລະບົບ​ນ້ຳປະປາ​ຢູ່​​ເຢ​ເມນ​​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ນັບ​ແຕ່​ເກີດ​ສົງຄາມ​ກາງ​ເມືອງ​ໃນ​​ເດືອນ​ມີນາ 2015 ລະຫວ່າງ​ກຸ່ມ​ກະບົດ​ຮູ​ຕີ ​ເຊິ່ງຍັງ​ຢຶດຄອງ​ນະຄອນຫລວງ​ຊາ​ນາ​ໄວ້​ໄດ້​ຢ່າງ​ໜຽວ​​ແໜ້ນ ກັບ​ກອງ​ກຳລັງ​ພັນທະ​ມິດອາຣັບ ນຳ​ໂດຍ​ອາຣັບບີ ຊາ​ອຸ​ດິດ ຍິ່ງ​​ເປັນ​ປັດ​ໄຈ​ສົ່ງ​ຜົນ​ໃຫ້​ສະຖານະ​ການ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອະຫິວາ​ຢູ່​ເຢ​ເມນ​ເຂົ້າຂັ້ນຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ.

- 96631090 4d01333a 4da7 4bcc 91eb 50b610214ae5 - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ

- 3 - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ
- 5 - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ
- 4 - ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ