ພ້ອມທ້າຊີງຕຳແໜ່ງ ເດເຄອາ “ດີນ ເຮນເດສັນ” ຕໍ່ສັນຍາກັບຜີແດງ 5 ປີ
ໃນວັນທີ 27 ສິງທີ່ຜ່ານມາ ຜີສາດແດງ ແມນເຊັດເຕີ້ ຢູໄນເຕັດ ຍັກໃຫຍ່ແຫ່ງເວທີພຣີເມຍລີກອັງກິດ ປະກາດຢ່າງເປັນທາງການຜ່ານສະໂມສອນວ່າ: ດີນ ເຮນເດສັນ ຜູ້ຮັກສາປະຕູໄວ 23 ປີ ຂອງສະໂມສອນທີ່ໄດ້ປ່ອຍໃຫ້ ເຊັບຟິວ ຢູໄນເຕັດ ຢືມຕົວໄປໃຊ້ງານ 2 ລະດູກ່ອນ ໜ້ານີ້ ພ້ອມຍັງເຮັດຜົນງານໄດ້ຢ່າງສຸດປະທັບໃຈຊ່ວຍໃຫ້ ເຊັບຟິວ ຢູໄນເຕັດ ເລື່ອນຊັ້ນຈາກ ລີກເເຊ້ມປ້ຽນຊິບ ຂື້ນມາສູ່ພຣີເມຍລີກອັງກິດໄດ້, ພ້ອມລະດູການຜ່ານມາຍັງເກັບຄຣີນຊີດ (ບໍ່ເສຍປະຕູ) 13 ນັດ ຈາກການລົງເເຂ່ງຂັນ 36 ນັດ ຈົນເຮັດໃຫ້ ແກແຣັດ ບິວເກດ ຄູຝຶກທີມຊາດອັງກິດໃສ່ຊື່ ເຮນເດສັນ ຕິດທີມຊາດອັງກິດລຸຍເສິກ ຢູຟ້າ ເນຊັ່ນລີກ 2020 ນີ້.
ຜີສາດແດງໄດ້ຕໍ່ສັນຍາສະບັບໃໝ່ຢ່າງເປັນທາງການໃຫ້ ເຮນເດສັນ 5 ປີຈົນເຖິງ 2025 ພ້ອມຄ່າຈ້າງທີ່ຈະໄດ້ຮັບສູງເຖິງ 120.000 ປອນ ນັ້ນຖືວ່າເປັນຄ່າຈ້າງຫຼາຍທີ່ສຸດຄົົນໜື່ງສຳລັບຜູ້ຮັກສາປະຕູທົ່ວໂລກ. ສຳລັບເຮນດີສັນ ໄດ້ກ່າວວ່າ: ຄວາມສັດທາໃນຄູຝຶກຂອງທີມ (ໂອເລ ກຸນນາໂຊຊາ) ແລະ ສະໂມສອນສະແດງອອກມາເຮັດໃຫ້ຂ້າພະເຈົ້າຕົກລົງເຊັນສັນຍາສະບັບໃໝ່ນີ້ ມີຄວາມໝາຍກັບຂ້າພະເຈົ້າຫຼາຍ ແລະ ພ້ອມທີ່ຈະພັດທະນາຕົວຂື້ນເລື່ອຍໆ ໃນຖານະຜູ້ຮັກສາປະຕູ ເພື່ອຈະໄດ້ລົງແຂ່ງຂັນໃຫ້ສະໂມສອນທີ່ຍິ່ງໃຫຍ່ແຫ່ງນີ້.
ຂະນະທີ່ ໂອເລ ກຸນນາໂຊຊາ ໄດ້ກ່າວວ່າ: ພວກເຮົາດີໃຈທີ່ ເຮນເດສັນ ຕົກລົງຕໍ່ສັນຍາກັບທີມ ເຂົາມີລະດູການທີ່ສຸດຍອດກັບ ເຊັບຟິວ ຢູໄນເຕັດ, ເຂົາເກັບກ່ຽວປະສົບການໄດ້ຫຼາຍຢ່າງ ແລະ ເຕີບໃຫຍ່ຂື້ນ ເຮົາມີຂຸນກຳລັງຜູ້ຮັກສາປະຕູທີ່ເເຂງເເກ່ນ ແລະ ນັ້ນເຮັດໃຫ້ເຮົາມີການແຂ່ງຂັນເພື່ອຍາດຕຳແໜ່ງໃນທີມ, ຂ້າພະເຈົ້າພ້ອມທີ່ຈະໃຫ້ໂອກາດ ເຮນເດສັນ ລົງແຂ່ງຂັນເມື່ອວັນເວລາທີ່ເໝາະສົມຂອງທີມ