ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ

ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ -                                                                       4                                               2 5 - ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ
ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ - kitchen vibe - ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ

ເພື່ອສືບຕໍ່ຫັນເອົາວຽກງານເກັບລາຍຮັບເຂົ້າງົບປະມານແຫ່ງລັດເຂົ້າສູ່ລະບົບທັນສະໄໝເທື່ອລະກ້າວ, ທັງຮັບປະກັນໃຫ້ແກ່ການເກັບລາຍຮັບບັນລຸຕາມແຜນການ ແລະ ລື່ນແຜນການທີ່ມອບໝາຍໃຫ້, ສ່ວຍສາອາກອນ ປະຈໍາແຂວງຫົວພັນໄດ້ສົມທົບກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ສາຂາແຂວງຫົວພັນ ແລະ ຕໍາຫລວດຈະລາຈອນແຂວງ, ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2020, ໃນວັນທີ 25 ສິງຫາຜ່ານ ຢູ່ທີ່ບ້ານພັນໄຊ ເມືອງຊໍາເໜືອ ແຂວງຫົວພັນ.

ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ - 25 300x168 - ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ

ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ - Visit Laos Visit SALANA BOUTIQUE HOTEL - ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ

ຈຸດປະສົງກໍເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປັນພື້ນຖານໃຫ້ແກ່ຄາດໝາຍຂອງການພັດທະນາ, ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດແມ່ນໜ້າທີ່ຂອງທຸກພາກສ່ວນນັບທັງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ ແລະ ພົນລະເມືອງລາວທຸກໆຄົນຕ້ອງມີສ່ວນຮ່ວມ.

ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ - 98 300x200 - ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ

ພ້ອມທັງເປັນການປຸກລະດົມກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ລວມເຖິງປະຊາຊົນລາວບັນດາເຜົ່າໄດ້ມາເສຍຄ່າທໍານຽມທາງ ແລະ ພາສີທີ່ດິນປະຈໍາປີ 2020 ໃຫ້ເປັນຂະບວນຟົດຟື້ນ, ອັນສໍາຄັນກໍແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າ, ສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດກໍຄືການສ້າງສາພັດທະນາປະເທດຊາດ.

ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ - 4 - ຫົວພັນ ເປີດຂະບວນການເສຍຄ່າທາງ-ພາສີທີ່ດິນຜ່ານລະບົບທະນາຄານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!