ຍອດພາຍຸ Lauraມີຄວາມແຮງ 241km/h, ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ

ຍອດພາຍຸ lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ - Time fo an Adventure 2020 08 27T173018 - ຍອດພາຍຸ Lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ
ຍອດພາຍຸ lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ - kitchen vibe - ຍອດພາຍຸ Lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ

ຍອດພາຍຸ Laura ມີຄວາມແຮງອັນດັບ 4( ຕາມການແບ່ງລະດັບໃນສະຫະລັດ), ຄື່ນທະເລສູງເຖິງ 6 ແມດ, ມີຄວາມອັນຕະລາຍເຖິງຂັ້ນວ່າ ຊີວິດບໍ່ສາມາດລອດໄດ້.

ເຈົ້າໜ້າທີ່ລັດ Texas ແລະ Louisiana ຮຽກຮ້ອງໃຫ້ປະຊາຊົນຈົ່ງໄດ້ລົບໄພ ແຕ່ມີຄວາມເປັນຫ່ວງທີ່ຫຼາຍຄົນບໍ່ໃສ່ໃຈ.

ຍອດພາຍຸ lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ - Visit Laos Visit SALANA BOUTIQUE HOTEL - ຍອດພາຍຸ Lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ

ຄວາມແຮງຂອງພາຍູ Laura ເພີ່ມສູງຂຶ້ນເຖິງ 87% ພາຍໃນ 24 ຊົ່ວໂມງ, ອັນເນື່ອງມາຈາກພະລັງງານທີ່ມາຈາກ  Mexico, ອັນທີ່ສູນກາງພາຍຸແຫ່ງຊາດສະຫະລັດເອີ້ນວ່າ “ສຸດທີ່ອັນຕະລາຍ”. ຄາດວ່າຈະຂຶ້ນຝັ່ງໃນວັນທີ 26 ຕໍ່ໃສ່ ເຊົ້າຂອງວັນທີ 27 ສິງຫາ. ນີ້ແມ່ນພາຍຸທີ່ແຮງທີ່ສຸດໃນສະຫະລັດໃນປີນີ້.

ຄວາມແຮງຂອງພາຍຸອາດຈະສູງເຖິງ 241km/h, ກ່ອນທີ່ຈະຂຶ້ນຝັ່ງ ແລະ ປະລິມານນໍ້າຝົນອາດຈະສູງເຖິງ 381 mm ຢູ່ບາງຈຸດ. ສູນກາງພາຍຸແຫ່ງຊາດຂອງສະຫະລັດ ລາຍງານສະພາບການນາທີຕໍ່ນາທີ. ຄື່ນສູງຈາກ 3 ແມດ ຈະຂຶ້ນເປັນ 6 ແມດ, ຊຶ່ງເປັນຄວາມສູງອັນຕະລາຍຕໍ່ຊີວິດ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ zingnews, ວັນທີ 27 ສິງຫາ)

ຍອດພາຍຸ lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ - 4 - ຍອດພາຍຸ Lauraມີຄວາມແຮງ 241km/h,  ຂຶ້ນຝັ່ງທາງພາກໃຕ້ຂອງສະຫະລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!