ທ່ານ ຫງວຽນດຶກຈຸງ ຮອງເລຂາພັກ, ເຈົ້າຄອງນະຄອນຫຼງຮ່າໂນ້ຍຖືກຈັບ.
August 31, 2020 - 9:20 AM
ຂ່າວດ່ວນວັນທີ 29 ສິງຫາ ຈາກສຳນັກງານຂ່າວ phapluat ລາຍງານວ່າ: ຕອນແລງຂອງວັນທີ 28 ສິງຫາ ທ່ານ ຫງວຽນດຶກຈຸງ ຮອງເລຂາພັກ, ເຈົ້າຄອງນະຄອນຫຼວງຮ່າໂນ້ຍ ຖືກເຈົ້າໜ້າທີ່ຕຳຫຼວດ ກະຊວງຕຳຫຼວດຈັບກຸມຕົວຊົ່ວຄາວ ໃນຂໍ້ຫາລັກເອົາເອກກະສານລັບຂອງຊາດ.
ເວລາປະມານ 19:30 ໂມງຂອງວັນທີ 28 ສິງຫາເຈົ້າໜ້າທີ່ຕຳຫຼວດໄດ້ບຸກເຂົ້າກວດຄົ້ນເຮືອນຂອງທ່ານ ດຶກຈຸງ ຢູ່ເຮືອນເລກທີ 88, ຈຸງລຽດ ຄຸ່ມດົງດາ ຮ່າໂນ້ຍ ແລະ ໄດ້ຄຸມຕົວໄວ້ຊົ່ວຄາວ ຕາມຂໍ້ກຳນົດໃນມາດຕາ 337 ກົດໝາຍອາຍາ ປີ 2015(ສະບັບປັບປຸງປີ 2017) ເພື່ອໄວ້ສືບສວນສອບສວນ, ພາຍຫຼັງໄດ້ຮັບການຕົກລົງຈາກໄອຍະການປະຊາຊົນສູງສຸດຂອງຫວຽດນາມ. ປັດຈຸບັນເຈົ້າໜ້າທີ່ໄດ້ຈັບກຸມຕົວທ່ານ ດຶກຈຸງ ໄວ້ເພື່ອສອບສວນສືບສວນຕໍ່ໄປ.
ຂ່າວ: ລູກເມືອງພວນ.