ລັດເຊຍເຜີຍອຸປະກອນໃໝ່ຄົ້ນຫາເຊື້ອພະຍາດໂຄວິດ-19 ຢູ່ຕາມອາກາດ
ແຫຼ່ງຂ່າວຈາກ vnnet, ວັນທີ 29 ສິງຫາໃຫ້ຮູ້ວ່າ: ລັດເຊຍໄດ້ຜະລິດເຄື່ອງຊອກຫາເຊື້ອໄວຣັດໂຄວິດ-19 ຊະນິດໃໝ່ອອກມາເພື່ອຊອກຫາ ແລະ ວີເຄາະຕົ້ນກຳເນີດຂອງຫຼາຍເຊື້ອພະຍາດເຊັ່ນ: ຈຸລິນຊີ, ທາດເບື່ອ ແລະ ເຊື້ອໄວຣັດ, ໃນນັ້ນລວມທັງໂຄວິດ-19 ອີກດ້ວຍ.
ອຸປະກອນມີຊື່ວ່າ: Detector Bio, ຜະລິດໂດຍໂຮງງານ KMZ ແລະ ໄດ້ວາງສະແດງຢູ່ໃນງານຕະຫຼາດນັດອຸດສາຫະກຳການທະຫານ “Army 2020” ໃນວັນທີ 28 ສິງຫາ ຢູ່ໃກ້ກັບ ນະຄອນຫຼວງ ມົສໂກ. ກຸ່ມພັດທະນາອຸປະກອນດັ່ງກ່າວມີທັງ ສູນລະບາດວິທະຍາ ແລະ ຈຸລິນຊີໃນມົສໂກ, ຊຶ່ງເປັນກູ່ມບໍລິສັດຜະລິດວັກຊີນປ້ອງກັນໂຄວິດ-19 ທຳອິດຂອງໂລກ.
ຕົວເຄື່ອງ Detector Bio ເບີ່ງຄ້າຍຄືກັບຕູ້ເຢັນ ແລະ ໄດ້ອອກແບບມາໃຫ້ມີຫຼາຍຊ່ອງເພື່ອການທົດລອງ, ແຕ່ລະຊ່ອງຈະເຮັດໜ້າທີ່ການທົດລອງສະເພາະ, ເພື່ອຊອກຫາເຊື້ອໄວຣັດໂຄໂຣນາ ແລະ ພະຍາດອື່ນໆທີ່ເລື່ອນລອຍຢູ່ຕາມອາກາດ.
ໃນຂັ້ນຕອນທຳອິດ, ອຸປະກອນດັ່ງກ່າວຈະເກັບເອົາຕົວຢ່າງທີ່ປົນຢູ່ກັບອາກາດ ແລະ ປະມານ 10-15 ວິນາທີ ມັນກໍຈະແຈ້ງເຕືອນໃນເມື່ອພົບເຫັນເຊື້ອໄວຣັດ, ຈຸລິນຊີ ແລະ ອົງຄະທາດອື່ນໆ. ການວິເຄາະໃນໄລຍະທີໜຶ່ງນີ້ບໍ່ທັນສາມາດໃຫ້ຮູ້ລາຍລະອຽດໄດ້ວ່າແມ່ນພະຍາດຫຍັງແທ້.
ຫຼັງຈາກນັ້ນ, ອຸປະກອນດັ່ງກ່າວຈະສືບຕໍ່ວິເຄາະບັນດາຕົວຢ່າງທີ່ໄດ້ມາ ນັ້ນເພື່ອໃຫ້ຮູ້ວ່າມີອົງຄະທາດໃດປະກົດຕົວຢູ່. ການວິເຄາະໄລຍະທີສອງນີ້ຈະໃຊ້ເວລາແຕ່ 1-2 ຊົ່ວໂມງ.
ຈຸດປະສົງເບື້ອງຕົ້ນຂອງຜູ້ຜະລິດ ແມ່ນເພື່ອຢາກຕິດຕັ້ງອຸປະກອນດັ່ງກ່າວໄວ້ຕາມສະຖານທີ່ສາທາລະນະ, ນັບທັງທາງລົດໄຟໃຕ້ດິນ, ເສັ້ນທາງລົດໄຟ ແລະ ສະໜາມບິນອີກ.
ຂ່າວ: ລູກເມືອງພວນ.