ການນໍາເຂົ້າ ແລະ ສົ່ງອອກສິນຄ້າແຂວງສະຫວັນນະເຂດ ປີ 2020 ຄາດວ່າຈະບັນລຸກວ່າ 90%


ໃນປີ 2020 ນີ້, ຄາດວ່າຕົວເລກການນຳເຂົ້າ-ສົ່ງອອກສິນຄ້າແຂວງສະຫວັນນະເຂດຈະບັນລຸ 93,25% ຂອງແຜນການ, ເຖິງວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງ COVID-19. ນີ້ແມ່ນຄຳຢືນຢັນຂອງຫົວໜ້າພະແນກກອຸດສາຫະກໍາ ແລະ ການຄ້າແຂວງດັ່ງກ່າວ.
ທ່ານກ່າວວ່າ: ໃນ 6 ເດືອນຕົ້ນປີນີ້ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າແຂວງບັນລຸໄດ້ຫລາຍກວ່າ 1 ຕື້ໂດລາສະຫະລັດ ເທົ່າກັບ 38,64% ຂອງແຜນການປີ, ໃນນີ້ມູນຄ່າການສົ່ງອອກສິນຄ້າບັນລຸໄດ້ກວ່າ 590 ລ້ານໂດລາ ເທົ່າກັບ 37,79% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາຫລຸດລົງປະມານ 17,15% ຍ້ອນວ່າໃນໝວດສິນຄ້າອຸດສາຫະກໍາບໍ່ສາມາດສົ່ງອອກເປັນປົກກະຕິ ເປັນຕົ້ນຜະລິດຕະພັນທີ່ນອນໃນເຂດເສດຖະກິດພິດເສດເຊັ່ນ: ເຄື່ອງອີເລັກໂຕຣນິກ, ເລນແວ່ນຕາ, ຜະລິດຕະພັນຢາສູບ, ແຜ່ນທອງແດງ ຫລຸດລົງເມື່ອທຽບໃສ່ໄລຍະທີ່ຜ່ານມາ ຄືມູນຄ່າການສົ່ງອອກແຜ່ນທອງແດງປະຕິບັດໄດ້ປະມານ 152 ລ້ານກວ່າໂດລາ; ເຫຍື່ອເຈ້ຍໄດ້ 136 ລ້ານກວ່າໂດລາ; ກ້ອງຖ່າຍຮູບ ແລະ ຊິ້ນສ່ວນກ້ອງໄດ້ປະມານ 56 ລ້ານກວ່າໂດລາ; ອຸປະກອນອີເລັກໂຕຣນິກບັນລຸໄດ້ເກືອບ 27 ລ້ານໂດລາ; ນໍ້າຕານ 24 ລ້ານກວ່າໂດລາ ແລະ ຢາງພາລາບັນລຸ 14,69 ລ້ານກວ່າໂດລາ.
ສ່ວນມູນຄ່າການນໍາເຂົ້າສິນຄ້າກໍມີລັກສະນະຫລຸດລົງ ທັງນີ້ກໍຍ້ອນວ່າການນໍາເຂົ້າເພື່ອມາຜະລິດພາຍໃນເຂດເສດຖະກິດພິເສດຫລຸດລົງ ເປັນຕົ້ນສິນຄ້າໃນໝວດອີເລັກໂຕຣນິກເພື່ອມາປຸງແຕ່ງ ແລະ ເຄື່ອງຈັກຮັບໃຊ້ການຜະລິດອື່ນໆ ປະຕິບັດໄດ້ພຽງ 445 ລ້ານກວ່າໂດລາ ທຽບໃສ່ໄລຍະດຽວຂອງປີຜ່ານມາຫລຸດລົງ 26 ລ້ານກວ່າໂດລາ ແຕ່ກົງກັນຂ້າມ ການນໍາເຂົ້າສິນຄ້າເຄື່ອງອຸປະໂພກ ແລະ ບໍລິໂພກມີທ່າອ່ຽງເພີ່ມຂຶ້ນ.
ຫົວໜ້າພະແນກການດັ່ງກ່າວໃຫ້ຮູ້ວ່າ: ໃນ 6 ເດືອນທ້າຍປີນີ້ ທາງຂະແໜງການຄ້າແຂວງ ຈະພ້ອມກັນສູ້ຊົນສ້າງມູນຄ່າການນໍາເຂົ້າ ແລະ ສົ່ງອອກໃຫ້ບັນລຸໄດ້ຢ່າງໜ້ອຍ 1.452 ລ້ານໂດລາ ເທົ່າກັບ 93,25% ຂອງແຜນການປີ, ການສົ່ງອອກໃຫ້ໄດ້ 852 ລ້ານກວ່າໂດລາ ໂດຍສຸມໃສສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການນໍາວັດຖຸດິບທີ່ມີມາປຸງແຕ່ງ ແລະ ຜະລິດພາຍໃນໃຫ້ແຂງແຮງກວ່າເກົ່າ.