ອິນເດຍຕຽມເຂົ້າສູ່ການຜ່ອນຜັນມາດຕະການລ໊ອກດາວໃນໄລຍະທີ່ 4 ໃນຕົ້ນເດືອນ ກັນຍານີ້.
ໂດຍອ້າງອີງແຫຼ່ງຂ່າວຈາກ NBT ວັນທີ 1 ກັນຍານີ້ວ່າ: ເຖິງແມ່ນວ່າ ອັດຕາຍອດຜູ້ຕິດເຊື້ອລາຍໃໝ່ ຍັງຄົງເພີ່ມສູງຂຶ້ນ ແລະ ທຳລາຍສະຖິຕິຢ່າງຕໍ່ເນື່ອງກໍຕາມ, ແຕ່ກໍຈະຕຽມເຂົ້າສູ່ການຜ່ອນຜັນມາດຕະການລ໊ອກດາວໄລຍະທີ 4 , ຊຶ່ງຈະເລີ່ມແຕ່ວັນທີ 1 ກັນຍານີ້ເປັນຕົ້ນໄປ. ມີການປະກາດແນວທາງປະຕິບັດສະບັບໃໝ່ເມື່ອວັນເສົາທີ່ຜ່ານມາ. ກຳນົດໃຫ້ໂຮງຮຽນທຸກແຫ່ງຍັງຄົງປິດປະຕູຕໍ່ໄປຕະຫຼອດເດືອນກັນຍານີ້. ແຕ່ນັກຮຽນຊັ້ນມັດທະຍົມສຶກສາປີທີ 3-6 ໄດ້ຮັບອະນຸມັດໃຫ້ຕິດຕໍ່ກັບຄູ-ອາຈານຢູ່ໃນໂຮງຮຽນໄດ້ ເພື່ອຂໍຄຳແນະນຳຕ່າງໆ. ສ່ວນລົດໄຟໃຕ້ດິນກໍຈະເປີດໃຫ້ບໍລິການຕັ້ງແຕ່ວັນທີ 7 ກັນຍາເປັນຕົ້ນໄປ ຢ່າງເປັນຂັ້ນຕອນ, ສ່ວນວຽກສາທາລະນະ ແລະ ການໂຮມຊຸມນຸມອື່ນໆກໍຈະໄດ້ຮັບອະນຸຍາດໃຫ້ລວມຕົວກັນໄດ້ສູງສຸດ 100 ຄົນ ແຕ່ວັນທີ 21 ກັນຍາເປັນຕົ້ນໄປ.
ການຜ່ອນຜັນມາດຕະການລ໊ອກດາວໄລຍະທີ 4 ມີຂຶ້ນ, ເຖິງວ່າອີນເດຍຈະມີຜູ້ຕິດເຊື້ອເຊື້ອໄວຣັດໂຄວິດ-19 ລາຍໃໝ່ເພີ່ມສູງຂຶ້ນ ແລະ ທຳລາຍສະຖິຕິຢ່າງຕໍ່ເນື່ອງກໍຕາມ. ໂດຍຜູ້ຕິດເຊື້ອລາຍໃໝ່ລາຍວັນເພີ່ມສູງເຖິງ 78.512 ຄົນ, ອັນໄດ້ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດໃນປະເທດເພີ່ມຂຶ້ນເປັນ ກວ່າ 3. 600, 000 ຄົນ ແລະ ເສຍຊີວິດ ເພີ່ມຂຶ້ນ 971 ຄົນ ແລະ ມາຢູ່ທີ່ 64. 000 ຄົນ.
ຂ່າວ: ລູກເມືອງພວນ.