ເດັກອາຍຸ 3 ປີຖືກວ່າວດຶງຂຶ້ນສູ່ກາງເວຫາ
ແຫຼ່ງຂາ່ວ ຈາກ vnexpress, ວັນທີ 31 ສິງຫານີ້ ໃຫ້ຮູ້ວ່າ: ເດັກ ໄຕ້ຫວັນຄົນໜຶ່ງ ອາຍຸ 3 ປີຖືກວ່າວໃຫ່ຍດຶງຂຶ້ນສູ່ກາງເວຫາ, ໃນຂະນະທີ່ຫຼີ້ນບຸນປ່ອຍວ່າວແຫ່ງໜຶ່ງຢູ່ໃນ ເມືອງ ຊິນຈູ່, ນ້ອງໄດ້ຮັບການກູ້ໄພຢ່າງປອດໄພ.
ວັນທີ 30 ສິງຫາຜ່ານມາ, ຢູ່ທີ່ ເມືອງຊິນຈູ່ ໄຕ້ຫວັນ ຂອງຈີນ ໄດ້ຈັດງານງານບຸນປ່ອຍວ່າວ. ໃນຂະນະທີ່ກຳລັງປ່ອຍວ່າວໃຫ່ຍຂຶ້ນສູ່ທ້ອງຟ້ານັ້ນ, ຫາງວ່າວໄດ້ໄປກ້ຽວເອົາເດັກຄົນໜຶ່ງ ແລ້ວດຶງເອົານ້ອງຂຶ້ນສູ່ກາງເວຫາ.
ເນື່ອງຈາກວ່າລົມພັດແຮງ, ເຮັດໃຫ້ຫາງວ່າວພັດໝູນຫຼາຍຮອບໄປກ້ຽວເອົາເດັກຂຶ້ນໄປນຳ. ນ້ອງຈັບຫາງວ່າວໄວ້ຢ່າງແໜ້ນ. ທຸກຄົນທີ່ເຫັນເຫດການລ້ວນແຕ່ເກີດຄວາມວິຕົກກັງວົນ ແລະ ເປັນຫ່ວງ, ທຸກຄົນໄດ້ແລ່ນເຂົ້າໄປຮັບເອົານ້ອງດ້ວຍຄວາມປອດໄພເມື່ອວ່າວຖືກດຶງໃຫ້ລົງມາ.
ຜູ້ອຳນວຍການພັດທະນາອາຊີບໃນເມືອງ ຊິນຈູ່ ໃຫ້ຮູ້ວ່າ: ມື້ນັ້ນລົດພັດແຮງ ຂຶ້ນເຖິງລະດັບ 7. ພາຍຫຼັງເກີດເຫດ ໜ່ວຍປ່ອຍວ່າວໄດ້ດຶງເຊືອກວ່າວໃຫ້ມັນລົງມາ ເພື່ອກູ້ເອົາເດັກໄວ້. ນ້ອງຮ້ອງໄຫ້ບໍ່ຢຸດເຊົາເພາະຢ້ານ ຈົນຂວັນຫາຍ ແຕ່ກໍໂຊກດີທີ່ນ້ອງບໍ່ໄດ້ເປັນຫຍັງຫຼາຍ.
ເຈົ້າເມືອງໆ ດັ່ງກ່າວໄດ້ມາຂໍໂທດຄອບຄົວຂອງນ້ອງ ແລະ ປະຊາຊົນດ້ວຍທາງສື່ສັງຄົມອອນລາຍ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບສວນສາເຫດ ແລະ ຈະຊອກໃຫ້ເຫັນຜູ້ຮັບຜິດຊອບຕໍ່ເຫດການ ພ້ອມທັງໃຫ້ໃຊ້ຈ່າຍຄ່າປິ່ນປົວຈິດໃຈໃຫ້ຄອບຄົວຂອງນ້ອງອີກດ້ວຍ.
ຂ່າວ: ລູກເມືອງພວນ.