ການນຳແຂວງສະຫວັນນະເຂດເຂົ້າວາງກະຕ່າດອກໄມ້ ທີ່ອະນຸສອນປະທານໂຮ່ຈິມິນເນື່ອງໃນໂອກາດວັນຊາດ ສສ ຫວຽດນາມຄົບຮອບ 75 ປີ
September 2, 2020 - 3:04 PM


ໃນວັນທີ 1 ກັນຍານີ້ ການນໍາແຂວງສະຫວັນນະເຂດ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງດັ່ງກ່າວປະກອບມີ: ຂົງເຂດ ປກຊ-ປກສ, ສະພາປະຊາຊົນແຂວງ, ກົງສຸໃຫຍ່ແຫ່ງ ສສ ຫວຽດນາມປະຈຳແຂວງສະຫວັນນເຂດ, ສະມາຄົມຊາວຫວຽດນາມ ແລະພະນັກງານຂະແໜງການຕ່າງໆພາຍໃນແຂວງ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າມາວາງຢູ່ຕໍ່ໜ້າສິ່ງທີ່ເປັັນອະນຸສອນປະທານໂຮ່ຈິມິນຢູ່ໃນແຂວງສະຫວັນນະເຂດ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ ( 2 ກັນຍາ 1945-2 ກັນຍາ 2020) ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມພາຍໃຕ້ການຊີ້ນຳ ນຳພາຂອງປະທານໂຮ່ຈິມິນ ເຊິ່ງສາມາດຍາດເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດຢ່າງສົມບູນ ແລະ ສຸມໃສ່ພັດທະນາປະເທດຊາດກ້າວຂຶ້ນໃຫ້ຈະເລີນຮຸ່ງເຮືອງ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນ.