ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ສຶກສາອົບຮົມ ຜູ້ຂາຍຫວຍເຖື່ອນ ແລະ ເກມອອນລາຍ
ໃນວັນທີ 29 ສິງຫາຜ່ານມານີ້, ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮຽກເຊີນແມ່ຫວຍເຖື່ອນ ແລະ ຮ້ານຂາຍເກມອອນລາຍ (ເກມເຊີ້) ໃນເທດສະບານນະຄອນໄກສອນ ພົມວິຫານ ເພື່ອສຶກສາອົບຮົມ ໂດຍທ່ານ ພັນໂທ ຄຳພູນ ຊອບບຸບຜາ ຫົວໜ້າພະແນກຕຳຫລວດ ປກສ ນະຄອນດັ່ງກ່າວ ຕາມຄຳສັ່ງແນະນຳຂອງກົມໃຫຍ່ຕຳຫລວດກ່ຽວກັບການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍໃຫ້ເຈົ້າໜ້າທີ່ຕຳຫລວດຊ່ວຍກັນສະກັດກັ້ນກຸ່ມຄົນທີ່ລັກລອບຂາຍເລກຂາຍເບີທີ່ບໍ່ໄດ້ຮັບອະນຸຍາດ ທັງເປັນການຄຸ້ມຄອງກິດຈະການຫວຍ ແນໃສ່ໃຫ້ທຸກຄົນຫັນມາຂາຍຫວຍລາວທີ່ລັດຖະບານໄດ້ອະນຸຍາດໃຫ້, ທັງນີ້ກໍເພື່ອເປັນການປະກອບສ່ວນພັນທະໃຫ້ແກ່ລັດຖະບານໄດ້ອີກທາງໜຶ່ງ.
ປັດຈຸບັນນີ້ບັນດາຫວຍເຖື່ອນ ແລະ ເກມອອນລາຍ (ເກມເຊີ້) ກຳລັງລະບາດຢ່າງໜັກ ແລະ ແຜ່ຫລາຍ ເຮັດໃຫ້ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມເກີດຂຶ້ນເຊັ່ນ: ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ ແລະ ອື່ນໆ. ດັ່ງນັ້ນ ທາງກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ຈຶ່ງໄດ້ມີການຕິດຕາມຂຶ້ນເປົ້າໝາຍ ເພື່ອນຳມາສຶກສາອົບຮົມ. ປັດຈຸບັນ ພາຍໃນເທດສະບານມີແມ່ຫວຍເຖື່ອນຫລາຍກວ່າ 50 ຄົນ, ຮ້ານຂາຍເກມອອນລາຍເກືອບ 50 ຮ້ານ. ດັ່ງນັ້ນ ການລົງກວາດລ້າງບັນດາຜູ້ຄ້າຂາຍຫວຍເຖື່ອນ ແລະ ເກມອອນລາຍກໍຍັງພົບຄວາມຫຍຸ້ງຍາກ. ດັ່ງນັ້ນ ທາງກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ຈຶ່ງໄດ້ເຊີນຜູ້ກະທຳຜິດດັ່ງກ່າວເພື່ອມາກ່າວເຕືອນ, ສຶກສາອົບຮົມໃຫ້ຢຸດເຊົາຕໍ່ການກະທຳຜິດນີ້.