ໂຮງໝໍແຂວງສະຫວັນນນະເຂດຕົກລົງຮ່ວມມື ກັບບໍລິສັດ ຊິບີເອຟ ຟຣາມາ ຈຳກັດ
ພິທີເຊັນບົດບັນທຶກການຮ່ວມມືຕິດຕັ້ງລະບົບເຊື່ອມຕໍ່ຂໍ້ມູນວິເຄາະ LIS (Laboratory Information System) ແລະ ຍົກລະດັບຄວາມສາມາດດ້ານການກວດວິເຄາະ ລະຫວ່າງໂຮງໝໍແຂວງສະຫວັນນະເຂດ ກັບບໍລິສັດ ຊິບີເອຟ ຟຣາມາ ຈຳກັດ ໄດ້ມີຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ໂຮງໝໍແຂວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ດຣ. ຈິນດາ ວົງສຸລິ ຜູ້ອຳນວຍການໃຫຍ່ບໍລິສັດ ຊິບີເອຟ ຟຣາມາ ຈຳກັດ ເພື່ອແນໃສ່ຍົກລະດັບຄຸນນະພາບການບໍລິການປິ່ນປົວຂອງໂຮງໝໍແຫ່ງນີ້ດີຂຶ້ນ ເປັນຕົ້ນແມ່ນອາຄານສະຖານທີ່, ເຄື່ອງມື, ອຸປະກອນການແພດ, ເຫັນດີຮັບເອົາການລົງທຶນຂອງບໍລິສັດ ຊິບີເອຟ ຟຣາມາ ເຊິ່ງຈະໄດ້ມີການຕິດຕັ້ງລະບົບເຊື່ອມຕໍ່ຂໍ້ມູນວິເຄາະ, ປະກອບອຸປະກອນ, ພ້ອມປ່ຽນແທນ ແລະ ເພີ່ມຕື່ມເຄື່ອງຈັກວິເຄາະ ລວມມູນຄ່າທັງໝົດ 528 ລ້ານກີບ. ໂຮງໝໍແຂວງຈະສະໜອງສະຖານທີ່ຕິດຕັ້ງເຄື່ອງ ພ້ອມດ້ວຍພະນັກງານວິຊາການທີ່ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງໃນການນຳໃຊ້, ການປົກປັກຮັກສາເຄື່ອງດັ່ງກ່າວໃຫ້ຮັບປະກັນ. ສໍາລັບພາກສ່ວນບໍລິສັດຕ້ອງຮັບຜິດຊອບໃນການບຳລຸງຮັກສາເຄື່ອງໃຫ້ພ້ອມໃຊ້ງານຢູ່ຕະຫລອດເວລາ, ຖ້າເຄື່ອງ ຫລື ອຸປະກອນຫາກຕິດຂັດ, ເປ່ເພ ບໍ່ສາມາດໃຊ້ງານໄດ້ ຝ່າຍບໍລິສັດຕ້ອງໄດ້ທຳການກວດກາ ແລະ ຊອກວິທີແກ້ໄຂໂດຍໄວ.