ໄທພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 4 ຄົນ ເປັນນັກໂທດໃນປະເທດ ແລະ ມາຈາກຕ່າງປະເທດ
ວັນທີ 4 ກັນຍານີ້, ສູນບໍລິຫານສະຖານະການການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ລາຍງານສະຖານະການຜູ້ຕິດເຊື້ອໂຄວິດ-19 ພົບວ່າ: ມີລາຍງານຜູ້ຕິດເຊື້ອຢືນຢັນເພີ່ມອີກ 4 ຄົນ ແລະ ບໍ່ພົບຜູ້ເສຍຊີວິດເພີ່ມ ໂດຍມີລາຍລະອຽດດັ່ງນີ້:
ຜູ້ຕິດເຊື້ອທີ່ພົບໃນປະເທດ 1 ຄົນ ເປັນນັກໂທດຊາຍອາຍຸ 37 ປີ ອາຊີບດີເຈ ກວດພົບເຊື້ອວັນທີ 2 ກັນຍາ 2020 ປັດຈຸບັນຖືກສົ່ງໄປເຝົ້າຕິດຕາມ ແລະ ປິ່ນປົວຢູ່ໂຮງໝໍ, ສ່ວນລາຍລະອຽດຂອງການພົບເຊື້ອຢູ່ລະຫວ່າງການສອບສວນພະຍາດເພີ່ມຕື່ມ.
ສ່ວນຜູ້ຕິດເຊື້ອອີກ 3 ຄົນ ມາຈາກຕ່າງປະເທດ ແລະ ເຂົ້າພັກຢູ່ State Quarantine ທີ່ລັດຖະບານຈັດໃຫ້ທັງໝົດ ແຍກເປັນຄົນໄທທີ່ເດີນທາງມາຈາກອາເມລິກາ 1 ຄົນ ແລະ ສິງກະໂປ 1 ຄົນ ແລະ ເປັນຄົນໄທເດີນທາງມາຈາກປະເທດຊາອຸດິອາຣະເບຍ ເຄີຍມີປະຫວັດຕິດເຊື້ອ ແລະ ເຂົ້າຮັບການປິ່ນປົວຢູ່ຕ່າງປະເທດມາກ່ອນ 1 ຄົນ.
ສົ່ງຜົນໃຫ້ໄທມີຜູ້ຕິດເຊື້ອສະສົມທັງໝົດ 3.431 ຄົນ, ຫາຍດີແລ້ວ 3.277 ຄົນ ໂດຍຍັງມີຜູ້ຕິດເຊື້ອທີ່ປິ່ນປົວຢູ່ 96 ຄົນ, ບໍ່ມີຜູ້ເສຍຊີວິດເພີ່ມ ມີຜູ້ເສຍຊີວິດລວມ 58 ຄົນ.