ເຮືອສະແດງກຳລັງສະໜັບສະໜູນປະທານາທິບໍດີ ທຣຳ ຈົມລົງກາງທະເລ 4 ລຳ
September 7, 2020 - 1:52 PM
ຂ່າວຈາກ Zingວັນທີ 6 ກັນຍາ ໃຫ້ຮູ້ວ່າ: ການສະແດງກຳລັງສະໜັບສະໜູນ ປະທານາທິບໍດີ ທຣຳ ທາງທະເລ ໃນວັນທີ 5 ກັນຍາ ໃນລັດ Texas , ເຮືອ 4 ລຳໄດ້ຈົມລົງທະເລ.
ໃນໄລຍະນີ້ຂະບວນການສະແດງກຳລັງສະໜັບສະໜູນ ປະທານາທິບໍດີ ທຣຳ ເພື່ອຫາສຽງຊີງຕຳແໜ່ງປະທານາທິບໍດີສະໄໝທີ 2 ຂອງ ເຂົາໄດ້ເກີດຂຶ້ນໄປທົ່ວທຸກແຫ່ງໃນສະຫະລັດນັບຕັ້ງແຕ່ New Jersey ໄປເຖິງ Carolina ທາງພາກໃຕ້ຂອງສະຫະລັດ, ໃນນັ້ນມີທັງການເດີນເຮືອຢູ່ໃນທະເລນຳອີກ.
ມີເຮືອ 4 ລຳ ຖືກຈົມລົງໃນພື້ນທະເລ ອັນເນື່ອງມາຈາກການແລ່ນເຮືອຫຼາຍລຳ ເຮັດໃຫ້ຟອງນໍ້າພັດເຂົ້າໃນເຮືອ. ເຈົ້າໜ້າທີ່ໄດ້ມີໜ້າໃຫ້ການຊ່ວຍເຫຼືອ ແລະ ກູ້ໄພຢ່າງທັນການ. ລາຍງານໃຫ້ຮູ້ວ່າບໍ່ມີຜູ້ບາດເຈັບ ແລະ ເສຍຊີວິດແຕ່ຢ່າງໃດໃນເຫດການຄັ້ງນີ້.
ແປຂ່າວ: ລູກເມືອງພວນ.