ປະທານາທິບໍດີ ທຣຳ ຮຽກຮ້ອງໃຫ້ຂັບໄລ່ນັກຂ່າວ Fox News ອອກຍ້ອນສ້າງຂ່າວບິດເບືອນ
ແຫຼ່ງຂ່າວຈາກ zingnewsໃຫ້ຮູ້ໃນວັນທີ 6 ກັນຍານີ້ວ່າ: ປະທານາທິບໍດີ ໂດນັລທຣຳ ຮຽກຮ້ອງໃຫ້ຂັບໄລ່ນັກຂ່າວຄົນໜຶ່ງຂອງFox News ອອກ, ທຣຳກ່າວຫາວ່າເຂົາໃສ່ຮ້າຍປ້າຍສີຕໍ່ບົດຖະແຫຼງຄວາມຂອງຕົນທີ່ເວົ້າກ່ຽວກັບການເສຍຊີວິດຂອງທະຫານສະຫະລັດຢູ່ໃນຝຣັ່ງ.
ໜັງສືພິມ Atlantic ວັນທີ 3 ກັນຍາລາຍງານວ່າ: ທຣຳ ໄດ້ຍົກເລີກການໄປໄວ້ອາໄລສຸສານທະຫານສະຫະລັດແຫ່ງໜຶ່ງໃນຝຣັ່ງປີ 2018 ເພາະທຣຳຖືວ່າ ນັກຮົບເຫຼົ່ານັ້ນເປັນ “ນັກຮົບປະລາໄຊ ແລະ ບໍ່ດີ”.
ບົດຂຽນຂອງ Atlantic ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ໂຄສົກຂອງລັດຖະບານປະທານາທິບໍດີ ທຣຳ ແລະ ສື່ຕ່າງໆກໍລ້ວນແຕ່ເວົ້າເຖິງທ່າທີຂອງທຣຳທີ່ມີຕໍ່ນັກຮົບເຫຼົ່ານັ້ນ.
ໃນນັ້ນມີນັກຂ່າວປ້ອງກັນຄວາມສະຫງົບແຫ່ງຊາດຂອງສະຫະລັດຈາກສຳນັກຂ່າວ Fox News, ຊື່ Jennifer Griffin ໄດ້ລົງໃນທະວິດເຕີວ່າ: ທຣຳ ກ່າວຫາວ່າ ນັກຮົບເຫຼົ່ານັ້ນແມ່ນ “ພວກຂີ້ຢ້ານ ແລະ ປະລາໄຊ”.
ໂຕ້ຕອບຄືນກັບບົດຂ່າວດັ່ງກ່າວ ທ່ານ ທຣຳຂຽນລົງໃນ ທະວິດເຕີວ່າ: “Jennifer Griffin” ຄວນຈະຖືກໄລ່ອອກເພາະລົງຂ່າວບິດເບືອນໃສ່ຮ້າຍປ້າຍສີ.
ທຳນຽບຂາວພະຍາຍາມປະຕິເສດເລື່ອງລາວດັ່ງກ່າວມາຕະຫຼອດ ເພາະມີຄວາມເປັນຫວ່ງວ່າຈະກະທົບຕໍ່ຄວາມຮູ້ສຶກຂອງຜູ້ສະໜັບສະໜູນກອງທັບ. ທ່ານ ທຣຳກ່າວວ່າ ອັນນັ້ນມັນເປັນເລື່ອງໃສ່ຮ້າຍປ້າຍສີ ແລະ ຫຼອກລວງກັນຄວນຈະຖືກໄລ່ອອກ.
ຂ່າວ: ລູກເມືອງພວນ.