ຈີນອອກກົດເຂັ້ມງວດໂຄວິດ-19 ຜູ້ເດີນທາງມາຈາກອາເມລິກາ ເພື່ອຫລຸດການແຜ່ເຊື້ອລະຫວ່າງປະເທດ
ຈີນອອກຂໍ້ກຳນົດທີ່ເຂັ້ມງວດຂຶ້ນໃນການກວດຫາເຊື້ອໂຄວິດ-19 ກັບຜູ້ໂດຍສານທຸກຄົນທີ່ເດີນທາງມາຈາກອາເມລິກາ.
ສະຖານເອກອັກຄະລັດຖະທູດຈີນປະຈຳນະຄອນຫລວງວໍຊິງຕັນ ລະບຸວ່າ: ນັບແຕ່ວັນທີ 15 ກັນຍາເປັນຕົ້ນໄປ ຜູ້ໂດຍສານທຸກຄົນຈະຕ້ອງສະແດງຜົນກວດໄວຣັສໂຄໂຣນາສາຍພັນໃໝ່ເປັນລົບພາຍໃນ 3 ວັນກ່ອນການເດີນທາງຈຶ່ງຈະໄດ້ຮັບອະນຸຍາດໃຫ້ຂຶ້ນເຮືອບິນໄດ້ ຈາກທີ່ເຄີຍກຳນົດພາຍໃນ 14 ວັນ.
ສະຖານທູດລະບຸວ່າ: ການດຳເນີນການດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມໝັ້ນໃຈໃນສຸຂະພາບ ແລະ ຄວາມປອດໄພຂອງຜູ້ເດີນທາງມາຈາກຕ່າງປະເທດ ແລະ ເພື່ອຫລຸດຄວາມສ່ຽງຂອງການແຜ່ເຊື້ອໄວຣັສລະຫວ່າງປະເທດ.
ນອກຈາກນີ້ ຄົນຕ່າງປະເທດຈະຕ້ອງສົ່ງຜົນການກວດກົດນິວຄລີອີກ, ເອກະສານສະແດງສະຖານະສຸຂະພາບຂອງຜູ້ເດີນທາງ ແລະ ເອກະສານໜັງສືເດີນທາງຕໍ່ສະຖານທູດ ຫລື ສະຖານກົງສຸນ ເພື່ອພິຈາລະນາກວດສອບ ເຊິ່ງເປັນຂັ້ນຕອນທີ່ອາດໃຊ້ເວລາ 1 ວັນ ໂດຍທາງສະຖານທູດຈະບໍ່ຍອມຮັບຜົນກວດແອນຕິບໍດີ້ ຫລື ຊີຣຳຂອງເລືອດ ແຕ່ລະຍອມຮັບຜົນທົດສອບກົດນິວຄລີອິກທີ່ກວດຈາກໜ່ວຍງານທາງການແພດທີ່ຖືກກົດໝາຍ.
ກົດໃໝ່ລະບຸອີກວ່າ: ຄົນຕ່າງປະເທດຕ້ອງສະແດງເອກະສານສະແດງສະຖານະສຸຂະພາບເມື່ອຂຶ້ນເຮືອບິນ. ຂະນະທີ່ຄົນຈີນຕ້ອງສະແດງໂຄ໊ດສຸຂະພາບສີຂຽວ (Green Health Code) ໃນແອັບພິເຄຊັນ WeChat ໂດຍເງື່ອນໄຂດຽວກັນນີ້ຈະມີຜົນບັງຄັບໃຊ້ຕໍ່ຜູ້ໂດຍສານທີ່ມາຈາກອາເມລິກາ ແລະ ເດີນທາງເຖິງຈີນໂດຍຜ່ານທາງປະເທດທີ 3.
ຜູ້ໂດຍສານທີ່ເລີ່ມອອກເດີນທາງຈາກປະເທດທີ 3 ແລະ ເດີນທາງເຖິງຈີນຜ່ານອາເມລິກາ ຈະຕ້ອງສະແດງໂຄ໊ດສຸຂະພາບສີຂຽວ ຫລື ເອກະສານສະແດງສະຖານະການສຸຂະພາບທີ່ຜ່ານການກວດສອບຂອງສະຖານທູດ ຫລື ສະຖານກົງສຸນຈີນໃນປະເທດທີ 3.
ສຳລັບຄົນຈີນທີ່ຕ້ອງການຈະໄດ້ຮັບໂຄ໊ດສຸຂະພາບສີຂຽວ ເພື່ອເດີນທາງຈະຕ້ອງສະໝັກຂໍຮັບໂຄ໊ດຜ່ານແອັບພິເຄຊັນ WeChat ພາຍໃນ 12 ຊົ່ວໂມງ ເມື່ອຮັບຮູ້ຜົນການທົດສອບກົດນິວຄລີອິກທີ່ອອກມາເປັນລົບ, ຈາກນັ້ນສະຖານທູດ ຫລື ສະຖານກົງສຸນຈີນຕ້ອງກວດສອບເອກະສານຂອງຜູ້ເດີນທາງ ເຊິ່ງຄາດວ່າອາດຈະໃຊ້ເວລາບໍ່ຮອດ 1 ວັນ ແຕ່ອາດດົນກວ່ານັ້ນຖ້າຕ້ອງມີການກວດສອບຂໍ້ມູນກັບໜ່ວຍງານທີ່ກວດກົດນິວຄລີອິກ.
ກ່ອນໜ້ານີ້ ຜູ້ໂດຍສານຄົນຈີນທີ່ເດີນທາງມາຈາກອາເມລິກາ ເພື່ອເຂົ້າປະເທດຈີນຕ້ອງມີຜົນກວດກົດນິວຄລີອິກ 14 ວັນກ່ອນເດີນທາງ. ຂະນະທີ່ຄົນຕ່າງປະເທດບໍ່ຕ້ອງສະແດງເອກະສານສະແດງສະຖານະສຸຂະພາບ.