ເສດຖະກິດຍີ່ປຸ່ນຫລຸດລົງ 28,1% ໃນໄຕມາດ 2 ໂຄວິດ-19 ກະທົບທຸລະກິດຮຸນແຮງກວ່າຄາດການເບື້ອງຕົ້ນ

ຍີ່ປຸ່ນປະກາດຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ຫລຸດລົງ 28,1% ໃນໄຕມາດທີ 2 ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ (YoY) ຫລາຍກວ່າການຄາດຄະເນໄວ້ໃນຕອນທຳອິດຢູ່ລະດັບ 27,8% ຈາກຜົນກະທົບຂອງໂຄວິດ-19 ເຊິ່ງເພີ່ມຄວາມທ້າທາຍໃຫ້ບັນດາຜູ້ກຳນົດນະໂຍບາຍໃນການກອບກູ້ເສດຖະກິດຈາກສະພາບຫລຸດຖອຍທີ່ຮຸນແຮງຂຶ້ນ.
ຖ້າທຽບໃສ່ໄຕມາດກ່ອນໜ້າ (ມັງກອນ-ມີນາ) ເສດຖະກິດຍີ່ປຸ່ນຕິດລົບ 7,9% ໃນໄຕມາດ 2 ໂດຍຂໍ້ມູນບົ່ງບອກວ່າ: ບໍລິສັດໃນທຸກອຸດສາຫະກຳຂອງຍີ່ປຸ່ນໄດ້ຫລຸດການລົງທຶນລົງໃນໄລຍະເວລາດັ່ງກ່າວ ເນື່ອງຈາກວິກິດໂຄວິດ-19 ທີ່ສ້າງຄວາມບໍ່ແນ່ນອນຕໍ່ການຟື້ນຕົວທາງເສດຖະກິດ.
ເຖິງຢ່າງໃດກໍຕາມ, ຕົວເລກຫລຸດລົງທັງສອງຍັງຕໍ່າກວ່ານັກເສດຖະສາດຄາດຄະເນໄວ້ໃນການສຳຫລວດຂອງ QUICK/Nikkei ໃນລະດັບ -28,4% (YoY) ແລະ -8,0% (QoQ) ຕາມລຳດັບ.
ປັດໄຈຕົ້ນຕໍທີ່ເຮັດໃຫ້ມີການຫລຸດຄາດຄະເນດເສດຖະກິດລົງ ເພາະຕົວເລກການໃຊ້ຈ່າຍທີ່ຫລຸດລົງ 4,7% ຫລາຍກວ່າທີ່ເຄີຍຄາດຄະເນໄວ້ເບື້ອງຕົ້ນໃນລະດັບ 1,5% ເຊິ່ງເປັນສັນຍານວ່າ ການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ເຊກເຕີເສດຖະກິດເປັນວົງກວ້າງ.
ສ່ວນຂໍ້ມູນເສດຖະກິດອື່ນໆທີ່ມີການປະກາດອອກມານັ້ນ ການໃຊ້ຈ່າຍພາກຄົວເຮືອນຂອງຍີ່ປຸ່ນຕິດລົບ 7,6% ໃນເດືອນກໍລະກົດເມື່ອທຽບໃສ່ປີຜ່ານມາ. ຂະນະທີ່ຕະຫລາດຄາດຄະເນວ່າຈະຕິດລົບພຽງ 3,7%.
ຂໍ້ມູນເສດຖະກິດທີ່ບໍ່ຄ່ອຍດີນີ້ຈະເປັນໜຶ່ງໃນຫລາຍປັດໄຈເຮັດໃຫ້ທະນາຄານກາງຍີ່ປຸ່ນ (BOJ) ພິຈາລະນາປະເມີນອັດຕາດອກເບ້ຍໃໝ່ໃນອາທິດໜ້າ, ແຕ່ຄາດວ່າ BOJ ຈະຮັກສານະໂຍບາຍການເງິນໄວ້ບໍ່ປ່ຽນແປງ.