ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ

ພາຍຸ haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ - 555 26 - ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ
ພາຍຸ haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ - kitchen vibe - ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ

ແຫຼ່ງຂ່າວຈາກ tintuc, ວັນທີ 7 ກັນຍາ ໂດຍອ້າງອີງຈາກແຫຼ່ງຂ່າວ  Yonhap ໃຫ້ຮູ້ວ່າ: ເມື່ອພາຍຸ Haishen ເຂົ້າ Busan ເຮັດໃຫ້ປະມານ 580 ຫຼັງຄາເຮືອນບໍ່ມີໄຟຟ້າໃຊ້, ຕົ້ນໄມ້ໃຫ່ຍຫຼາຍຕົ້ນຖືກໂຄ່ນລົ້ມທັບເຮືອນ ແລະ ຖະໜົນຫົນທາງ, ດິນເຈື່ອນຢູ່ຫຼາຍຈຸດຕາມເສັ້ນທາງອຸມົງລະຫວ່າງ Busan ໄປຫາເມືອງ Changwon.

ກຸ່ມບໍລິສັດສະໜາມບິນຂອງ ສ.ເກົາຫຼີ(KAC) ໃຫ້ຮູ້ວ່າ: ເກືອບ 300 ຖ້ຽວບິນພາຍໃນຖືກຍົກເລີກ ພ້ອມທັງແຈ້ງເຕືອນການເຄື່ອນຕົວຂອງພາຍຸໃຫ້ທຸກສະໜາມບິນຮັບຊາບ.

ພາຍຸ haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ - Visit Laos Visit SALANA BOUTIQUE HOTEL - ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ
ພາຍຸ haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ - Visit Laos Visit SALANA BOUTIQUE HOTEL - ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ

ເພື່ອປ້ອງກັນ ແລະ ຮັບມືກັບພາຍຸຫົວດັ່ງກ່າວ, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮຽກຮ້ອງໃຫ້ມີວິທີການປ້ອງກັນປະຊາຊົນຜູ້ທີ່ຢູ່ໃກ້ແຄມແມ່ນໍ້າ ແລະ ແຄມທະເລ ແລະ ບ່ອນທີ່ຈະເກີດດິນຖະຫຼົ່ມ. ເຈົ້າໜ້າທີ່ຍັງຮຽກຮ້ອງໃຫ້ລັດຖະບານກໍຄືແຂວງຕ່າງໆ, ບໍລິສັດຂອງລັດ ແລະ ເອກະຊົນ ດັດແກ້ຕາຕະລາງເຮັດວຽກເພື່ອສະກັດກັ້ນຄວາມເສຍຫາຍທີ່ຈະເກີດຂຶ້ນຕໍ່ພະນັກງານບຸກຄະລາກອນທີ່ເດີນທາງໄປເຮັດວຽກ.

ແປຂ່າວ: ລູເມືອງພວນ.

 

ພາຍຸ haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ - 3 - ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ
ພາຍຸ haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ - 4 - ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ
ພາຍຸ haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ - 5 - ພາຍຸ Haishenຂຶ້ນຝັ່ງຖະຫຼົ່ມ ສ.ເກົາຫຼີ