ສົກຮຽນປີນີ້ “ໂຄວິດກໍໄດ້ປ້ອງກັນ ການຮຽນກໍຕ້ອງໃສ່ໃຈ”
ໂດຍ: ທິດກໍ່າ
ວັນທີ 1 ເດືອນກັນຍາ 2020 ເປັນມື້ເປີດສົກຮຽນໃໝ່ຂອງສົກສຶກສາ 2020-2021 ໄດ້ເຫັນລູກຫລານນຸ່ງຊຸດນັກຮຽນເສື້ອສີຂາວ, ໂສ້ງ, ສິ້ນສີນ້ຳເງິນ ທະຍອຍຫລັ່ງໄຫລກັນໄປໂຮງຮຽນໃຜມັນ ເຫັນແລ້ວກໍໜ້າຊົມຊື່ນ, ຍິນດີ ແລະ ກໍອີ່ມຕາອີ່ມໃຈ ທັງຄິດເຫັນອະນາຄົດເບື້ອງໜ້າ ເຂົາເຈົ້າເຫລົ່ານີ້ລະຈະເປັນຊັບພະຍາກອນອັນປະເສີດຂອງຊາດໃນອະນາຄົດ. ແຕ່ວ່າສຳລັບສົກຮຽນປີນີ້ ຄິດໄປໃສ່ເບື້ອງໄພພິບັດທີ່ພວມຂົ່ມຂູ່ມວນມະນຸດ ກໍຄືຂົ່ມຂູ່ການຮຽນການສອນຂອງຄູ-ອາຈານລູກຫລານເຮົາກໍໄດ້ແກ່ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ມັນເປັນບັນຫາທີ່ໜັກໃຈທີ່ຕ້ອງໄດ້ເຝົ້າລະວັງ ແລະ ເອົາໃຈໃສ່ເປັນພິເສດ. ມາຮອດປັດຈຸບັນ ຕາມແຫລ່ງຂ່າວທົ່ວໂລກມີຫລາຍປະເທດຍັງບໍ່ມີທ່າທີຫລຸດຜ່ອນ. ສຳລັບຢູ່ປະເທດອ້ອມຂ້າງ ດັ່ງປະເທດມຽນມາໄດ້ມີຄົນຕິດເຊື້ອພະຍາດຄືນໄປແລ້ວ 100 ກວ່າຄົນ ຈົນວ່າລັດຖະບານໄດ້ສັ່ງປິດໂຮງຮຽນແບບບໍ່ມີກຳນົດ. ສ່ວນລາວເຮົາຍັງມີຜູ້ຕິດເຊື້ອໂຄວິດ-19 ພຽງ 22 ຄົນ ໃນນີ້ຍັງນອນປິ່ນປົວຢູ່ໂຮງໝໍ 1 ຄົນເທົ່ານັ້ນ.
ແນວໃດກໍຕາມ, ໂອກາດໄຂສົກຮຽນໃໝ່ປີນີ້ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າໃຫ້ກົມການເມືອງສູນກາງພັກ ແລະ ລັດຖະບານ ສົ່ງສານອວຍພອນໄປຍັງພໍ່ແມ່ພີ່ນ້ອງປວງຊົນລາວໃນທົ່ວປະເທດ, ບັນດາຜູ້ບໍລິຫານການສຶກສາ, ຜູ້ຊົງຄຸນວຸດທິ, ຄູ-ອາຈານ, ນັກຮຽນ-ນັກສຶກສາໃນທົ່ວປະເທດ ໂດຍມີບາງຕອນສຳຄັນດັ່ງນີ້: ເນື່ອງໃນໂອກາດໄຂສົກຮຽນໃໝ່ ຂ້າພະເຈົ້າຂໍຕາງໜ້າໃຫ້ກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງອັນຈິງໃຈມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ, ທຸກລະດັບ, ທຸກຂົງເຂດໃນທົ່ວປະເທດວ່າ: ການສຶກສາແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນມະນຸດເປັນກຳລັງແຮງ, ເປັນປັດໄຈສຳຄັນຍິ່ງທີ່ມີລັກສະນະຕັດສິນກວ່າໝູ່ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝ. ຍ້ອນຄວາມສຳຄັນດັ່ງກ່າວ, ພັກເຮົາຍາມໃດກໍໃຫ້ທິດທາງ, ນະໂຍບາຍທີ່ໜັກແໜ້ນຕະຫລອດມາວ່າ: ການສຶກສາຕ້ອງໄປກ່ອນບາດກ້າວໜຶ່ງ. ຕະຫລອດໄລຍະຜ່ານມາ, ລັດຖະບານທຸກຍຸກທຸກສະໄໝໄດ້ເອົາໃຈໃສ່ພັດທະນາການສຶກສາຢ່າງບໍ່ຢຸດຢັ້ງ.
ໃນສົກຮຽນຜ່ານມາ, ປະເທດເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງຕໍ່ການຮຽນ-ການສອນໃນທົ່ວປະເທດ ອັນເນື່ອງມາຈາກການລະບາດຂອງເຊື້ອພະຍາດອັກເສບປອດໂຄວິດ-19. ໂຮງຮຽນໄດ້ໂຈະການຮຽນ-ການສອນຊົ່ວຄາວເປັນເວລາ 2 ເດືອນກວ່າໃນຂອບເຂດທົ່ວປະເທດ. ເພື່ອເຮັດໃຫ້ການໄຂສົກຮຽນໃໝ່ ສົກປີ 2020-2021 ໄດ້ມີບັນຍາກາດທີ່ດີ ແລະ ທັນເວລາຕາມປະຕິທິນການສຶກສາຂອງແຕ່ລະຊັ້ນ, ແຕ່ລະສາຍ ຂໍຮຽກຮ້ອງມາຍັງຄະນະພັກ, ຄະນະນຳ, ຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ລວມທັງພາກເອກະຊົນຈົ່ງເປັນເຈົ້າການຮ່ວມກັນກະກຽມຄວາມພ້ອມ, ອຳນວຍຄວາມສະດວກຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນການສັບຊ້ອນ, ບັນຈຸຄູສອນ, ກະກຽມອາຄານສະຖານທີ່ຫ້ອງຮຽນ, ອຸປະກອນການຮຽນ-ການສອນ, ບ່ອນທີ່ພັກພາອາໄສຂອງຄູ-ອາຈານໃນເຂດຫ່າງໄກສອກຫລີກ ແລະ ດ້ານຈຳເປັນອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການເປີດສົກຮຽນ ແລະ ຮັບໃຊ້ໃຫ້ແກ່ການຮຽນ-ການສອນຕະຫລອດສົກຮຽນໃໝ່ໃຫ້ໄດ້ຮັບຜົນດີ.
ໄປຄຽງຄູ່ກັນນັ້ນ, ຍັງຕ້ອງມີມາດຕະການປ້ອງກັນເຊື້ອພະຍາດອັກເສບປອດໂຄວິດ-19 ດ້ວຍການໝັ່ນລ້າງມືດ້ວຍນ້ຳຢາຂ້າເຊື້ອ, ສະໜອງຜ້າອັດປາກອັດດັງ, ກວດວັດອຸນຫະພູມຢ່າງເປັນປະຈຳເຂັ້ມງວດໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ. ໂອກາດສຸດທ້າຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກຮຽກຮ້ອງວ່າຂໍໃຫ້ສົກຮຽນ 2020-2021 ຈົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ. ນີ້ຄືສານອວຍພອນຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ຝາກເຖິງພາກສ່ວນກ່ຽວຂ້ອງຈົ່ງພ້ອມກັນເຮັດໜ້າທີ່ຂອງຕົນໃຫ້ສຳເລັດຜົນຢ່າງຈົບງາມໃນປີ 2020-2021.
ເຖິງຢ່າງໃດກໍດີ, ໃນເງື່ອນໄຂທີ່ປະເທດເຮົາຍັງມີຜູ້ຕິດເຊື້ອໂຄວິດ-19 ຢູ່ໃນລະຕໍ່າ ສົມກັບບັນດາມາດຕະການຜ່ອນຜັນທີ່ພັກ-ລັດຖະບານ ກໍຄືຄະນະສະເພາະກິດລະດັບຊາດໄດ້ວາງອອກນັ້ນ ຈຶ່ງຂໍໃຫ້ທຸກສະຖາບັນການສຶກສາໃນທົ່ວປະເທດຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດຈິງຈັງ ເພື່ອອະນາຄົດຂອງລູກຫລານເຮົາ. ແນ່ນອນຖ້າພວກເຮົາຫາກພ້ອມກັນໃສ່ໃຈປະຕິບັດ ບໍ່ຖືເບົາຄິດວ່າບັນຍາກາດການຮຽນ-ການສອນໃນສົກປີ 2020-2021 ຕ້ອງປະສົບຜົນສຳເລັດຢ່າງແນ່ນອນ.