ຍ້ອນເຫດໃດນັກທຸລະກິດໃນທົ່ວໂລກຈຶ່ງມັກຫຼິ້ນgolf?
Golfບໍ່ພຽງແຕ່ເປັນກິລາປະເພດໜຶ່ງເທົ່ານັ້ນ, ຢູ່ເບື້ອງຫຼັງຂອງການຫຼິ້ນ golf ຫາກຍັງເຕັມໄປດ້ວຍບົດຮຽນ ແລະ ສັດຈະທຳແຫ່ງການດຳເນີນທຸລະກິດທີ່ມີຜົນສຳເລັດອີກດ້ວຍ.
Golf ເປັນກິລາປະເພດໜຶ່ງ ເຊິ່ງນຳມາຄຸນຄ່າ ແລະ ບົດຮຽນທີ່ເປັນປະໂຫຍດທີ່ສາມາດໝູນໃຊ້ເຂົ້າໃນການດຳລົງຊີວິດໄດ້ ເຊັ່ນ: ສ້າງຕັ້ງ ແລະ ດຳເນີນທຸລະກິດໃດໜຶ່ງ.
ດັ່ງຕໍ່ໄປນີ້ແມ່ນບົດຮຽນໃນການຫຼິ້ນ golf ທີ່ບັນດານັກທຸລະກິດທັງຫຼາຍສາມາດນຳໃຊ້ເຂົ້າໃນໂຄງການທຸລະກິດໃໝ່ຂອງຕົນໄດ້.
ກະກຽມເຕັກນິກກ່ອນຈະເຂົ້າສູ້ການແຂ່ງຂັນ: ຫຼິ້ນ golf ກໍຄືການແຕ່ງກິນ, ຕົວທ່ານຕ້ອງເປັນເຈົ້າການດ້ວຍຕົນເອງ.ການຫຼິ້ນ Golf ແມ່ນການຕໍ່ສູ້ລະຫວ່າງຜູ້ຫຼິ້ນກັບເດີ່ນ Golf 18 ຫຼຸມ, ການຫຼິ້ນແຕ່ລະຄັ້ງແມ່ນມີຄວາມແຕກຕ່າງກັນ. ທຸລະກິດກໍເຊັ່ນດຽວກັນ,ນັກທຸລະກິດຄົນດຽວຈະຕໍ່ສູ້ກັບການຕະຫຼາດ ແລະ ຂູ່ແຂ່ງອື່ນໆ. ການຫຼິ້ນ Golf ທ່ານອາດຈະມີການຮ່ວມມືກັບຜູ້ທີ່ 3 ແລະ ພ້ອມກັນດຳເນີນທຸລະກິດ, ເຊິ່ງວ່າແຕ່ລະຄົນຈະໄດ້ຕີສະເພາະລູກ Golf ຂອງຕົນເທົ່ານັ້ນ. ການດຳເນີນທຸລະກິດກໍເຊັ່ນດຽວກັນ ຜົນສຳເລັດຈະຂຶ້ນຢູ່ກັບຄວາມພະຍາຍາມ ຂອງແຕ່ລະຄົນ.
ຂໍ້ມູນຂ່າວສານຫຼາຍເກີນໄປກໍບໍ່ດີ: ນັກ Golf ແຕ່ລະຄົນ ຕ້ອງມີຂໍ້ມູນທີ່ຈຳເປັນຈຳນວນໜຶ່ງກ່ອນຈະລົງມືຕີລູກ Golf ເຊັ່ນ: ລະດັບຄວາມແຮງຂອງລົມ, ຄວາມຊຸ່ມຊື່ນຂອງອາກາດ, ໄລຍະຫ່າງຈາກຂຸມ, ລະດັບຄວາມແຮງຂອງລູກ Golf…ສິ່ງເຫຼົ່ານັ້ນຈະຊ່ວຍໃຫ້ການຕີລູກ Golf ມີຄວາມຊັດເຈນສູງຂຶ້ນ, ແຕ່ຖ້າຫາກມີຂໍ້ມູນຫຼາຍເກີນໄປ ກໍບໍ່ສາມາດຊ່ວຍໃຫ້ທ່ານຕີໄດ້ດີກ່ວານັ້ນ.
ຂ່າວ: ລູກເມືອງພວນ.










