ດັບຝັນອາຊຽນ ທ່ອງທ່ຽວຢຸດສະງັກເພາະໂຄວິດບຸກອີກ
ກໍລະນີການຕິດເຊື້ອໄວຣັສຮອບໃໝ່ ເຮັດໃຫ້ຄວາມຫວັງໃນການຟື້ນຟູແຫລ່ງທ່ອງທ່ຽວຍອດນິຍົມຂອງອາຊີຕາເວັນອອກສຽງໃຕ້ຕ້ອງດັບມອດລົງ.
ສຳນັກຂ່າວຣອຍເຕີລາຍງານວ່າ: ການເພີ່ມຂຶ້ນຢ່າງວ່ອງໄວຂອງກໍລະນີການຕິດເຊື້ອໂຄໂຣນາໄວຣັສຢູ່ເກາະບາຫລີຂອງອິນໂດເນເຊຍ ແລະ ຜູ້ຕິດເຊື້ອຄົນທຳອິດຂອງໄທໃນຮອບ 100 ມື້ ສົ່ງຜົນຕໍ່ຄວາມຫວັງຂອງອາຊີຕາເວັນອອກສຽງໃຕ້ໃນການຟື້ນຟູອຸດສາຫະກຳການທ່ອງທ່ຽວທີ່ສຳຄັນ.
ແຜນການເປີດເກາະບາຫລີສຳລັບນັກທ່ອງທ່ຽວຄົນຕ່າງປະເທດອີກເທື່ອໜຶ່ງໃນເດືອນກັນຍາຖືກເລື່ອນອອກໄປແບບບໍ່ມີກຳນົດ, ຂະນະທີ່ຂໍ້ສະເໜີຂອງໄທໃນການເປີດເກາະພູເກັດຢ່າງລະມັດລະວັງກໍຖືກຕັ້ງຄຳຖາມຈຳນວນຫລາຍເຖິງຄວາມເປັນໄປໄດ້.
ເຊັ່ນດຽວກັບການພະຍາຍາມສົ່ງເສີມອຸດສາຫະກຳທ່ອງທ່ຽວໃນປະເທດບາງປະເທດໃນອາຊີຕາເວັນອອກສຽງໃຕ້ທີ່ກຳລັງພິຈາລະນາເຮັດ “ຟອງສະບູ່” ຫລື Travel bubble ຮ່ວມກັບປະເທດອື່ນໆ ເພື່ອເຮັດໃຫ້ທຸລະກິດທ່ອງທ່ຽວເລີ່ມຕົ້ນໃໝ່ອີກ ຫລັງຈາກງຽບເຫງົາມາດົນ ເລື່ອງນີ້ຖືກຕັ້ງຄຳຖາມເຊັ່ນກັນວ່າຈະເປັນໄປໄດ້ ຫລື ບໍ່.
ໃນໄລຍະທຳອິດ ບາຫລີອາດຈະຮັບມືກັບວິກິດໄດ້ດີກວ່າສ່ວນອື່ນໆຂອງອິນໂດເນເຊຍ ເຊິ່ງມີຜູ້ເສຍຊີວິດຫລາຍທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ແຕ່ກໍລະນີຕິດເຊື້ອໃນບາຫລີໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຫລັງຈາກເປີດເກາະຮັບນັກທ່ອງທ່ຽວໃນປະເທດເມື່ອທ້າຍເດືອນກໍລະກົດ.
ນັກລະບາດວິທະຍາ ແລະ ຜູ້ຊ່ຽວຊານດ້ານສາທາລະນະສຸກ ກ່າວວ່າ: ການເດີນທາງມາຂອງນັກທ່ອງທ່ຽວໃນບາຫລີບໍ່ພຽງແຕ່ເຮັດໃຫ້ມີໂອກາດທີ່ບາຫລີຈະຕິດເຊື້ອຈາກສ່ວນອື່ນໆຂອງອິນໂດເນເຊຍເພີ່ມຂຶ້ນເທົ່ານັ້ນ, ແຕ່ຍັງເນັ້ນເຖິງຂໍ້ບົກຜ່ອງຂອງອິນໂດເນເຊຍໃນການຮັບມືການລະບາດຂອງພະຍາດ ໂດຍສະເພາະຂາດການກວດເຊື້ອ ແລະ ການຕິດຕາມການສຳຜັດກັບຜູ້ຕິດເຊື້ອ.
ຜູ້ຊ່ຽວຊານດ້ານສາທາລະນະສຸກຍັງກ່າວອີກວ່າ: ປັດໄຈທີ່ເປັນໄປໄດ້ອີກກໍລະນີໜຶ່ງທີ່ເຮັດໃຫ້ບາຫລີລະບາດໜັກ ຄືການມາເຖິງຂອງເຊື້ອກາຍພັນຂອງໄວຣັສທີ່ເອີ້ນວ່າ D614G.
ບາຫລີລາຍງານຜູ້ຕິດເຊື້ອໂຄໂຣນາໄວຣັສ 196 ຄົນໃນວັນທີ 4 ກັນຍາຜ່ານມາ ເຊິ່ງທຳລາຍສະຖິຕິສູງສຸດເປັນມື້ທີ 5 ຕິດຕໍ່ກັນ ເພີ່ມຂຶ້ນເກືອບສາມເທົ່າທຽບໃສ່ໄລຍະ 6 ອາທິດຜ່ານມາ. ຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນສອງເທົ່າເປັນ 116 ຄົນໃນໄລຍະເວລາດັ່ງກ່າວ.
ເສດຖະກິດຂອງອິນໂດເນເຊຍແຕ່ລະໄຕມາດຫລຸດລົງເປັນຄັ້ງທຳອິດໃນຮອບກວ່າສອງທົດສະວັດໃນໄຕມາດທີ 2 ໂດຍເສດຖະກິດຂອງບາຫລີຫລຸດລົງຫລາຍກວ່າສ່ວນອື່ນໆຂອງປະເທດເກືອບ 11%.
ໄທ ເຊິ່ງອາໄສການໃຊ້ຈ່າຍຂອງນັກທ່ອງທ່ຽວຄົນຕ່າງປະເທດຫລາຍກວ່າ 11% ຂອງ GDP ໃນປີຜ່ານມາ ຕອນນີ້ໄດ້ຮັບຜົນກະທົບໜັກຍິ່ງຂຶ້ນຈາກການລົ້ມສະຫລາຍຂອງການທ່ອງທ່ຽວ ເຖິງວ່າຈະຮັບມືກັບພະຍາດລະບາດໄດ້ດີຂຶ້ນກໍຕາມ ແລະ ເສດຖະກິດຍັງຫລຸດລົງຫລາຍທີ່ສຸດນັບແຕ່ເກີດວິກິດການເງິນຢູ່ອາຊີໃນໄຕມາດທີ 2.
ໄທໂຈະແຜນ Travel bubble ກັບບາງປະເທດໃນເດືອນສິງຫາ ເນື່ອງຈາກຜູ້ຕິດເຊື້ອໂຄໂຣນາແຕ່ລະມື້ເພີ່ມຂຶ້ນໃນບາງສ່ວນຂອງອາຊີ.
ການທ່ອງທ່ຽວໃນທ້ອງຖິ່ນຂອງຫວຽດນາມກັບມາເປີດອີກ ຫລັງຈາກສາມາດກຳຈັດໄວຣັສໄດ້ແລ້ວໃນຕອນທຳອິດກໍເກີດຄວາມສັ່ນຄອນເມື່ອມີການຄົ້ນພົບການລະບາດໃໝ່ຢູ່ເມືອງດານັງ ໃນເດືອນກໍລະກົດ ເຮັດໃຫ້ທາງການຕ້ອງລັອກດາວຢ່າງເຂັ້ມງວດ.










