ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 8 ກັນຍາ 2020
- ປະທານາທິບໍດີ ໂດນັລ ທຣຳ ໄດ້ເພີ່ມຄວາມເຄັ່ງຕຶງກ່ຽວກັບການ “ແຍກຕົວ” ລະຫວ່າງເສດຖະກິດຂອງຈີນ ແລະ ອາເມລິກາ ໂດຍເຕືອນວ່າ: ຖ້າທ່ານບໍ່ໄດ້ຮັບການເລືອກຕັ້ງອີກ “ຈີນຈະກາຍເປັນເຈົ້າຂອງສະຫະລັດອາເມລິກາ”.
ການປະກາດດັ່ງກ່າວເຮັດໃຫ້ຫຸ້ນທີ່ຈົດທະບຽນໃນຮົງກົງຂອງ Semiconductor Manufacturing International Corporation ເຊິ່ງເປັນຜູ້ຜະລິດຊິບລາຍໃຫຍ່ທີ່ສຸດຂອງຈີນສູນເສຍ 23% ຂອງມູນຄ່າສິດທິໄປ.
ໃນວັນທີ 5 ກັນຍາຜ່ານມາ Pentagon ກ່າວວ່າ: ລັດຖະບານສາມາດປະຕິເສດການເຂົ້າເຖິງເຕັກໂນໂລຊີຂອງອາເມລິກາໂດຍ SMIC ໄດ້ດ້ວຍເຫດຜົນດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ໃນອາທິດນີ້ ສຳນັກງານການຄ້າຂອງອາເມລິກາອາດປະກາດສັ່ງຫ້າມການນຳເຂົ້າຜະລິດຕະພັນທີ່ຜະລິດຈາກຝ້າຍຈາກມົນທົນ Xinjiang ຂອງຈີນ ເພື່ອປະທ້ວງຕໍ່ການທີ່ພວກເຂົາກ່າວຫາວ່າລັດຖະບານຈີນໄດ້ລະເມີດສິດທິຂອງຊົນກຸ່ມນ້ອຍທີ່ອາໄສຢູ່ບ່ອນນັ້ນ.
- Alexei Navalny ນັກການເມືອງຝ່າຍຄ້ານຂອງຣັດເຊຍທີ່ຄາດວ່າຈະຖືກວາງຢາພິດໃນຂະນະຫາສຽງ ຫລ້າສຸດໄດ້ຮັບການປຸກໃຫ້ຕື່ນຈາກອາການນອນຫລັບແລ້ວ ຫລັງຈາກທີ່ລາວຕ້ອງບິນໄປນະຄອນຫລວງເບີລິນ ເພື່ອປິ່ນປົວແຕ່ເດືອນຜ່ານມາ.
Angela Merkel ນາຍົກລັດຖະມົນຕີຂອງປະເທດເຢຍລະມັນ ໄດ້ສະເໜີຍັດຕິຂວ້ຳບາດໂຄງການ Nord Stream 2 ເຊິ່ງເປັນໂຄງການທໍ່ສົ່ງແກັສທີ່ສ້າງຂຶ້ນໃຕ້ທະເລບອລຕິກ ເພື່ອເຊື່ອມໂຍງການຂົນສົ່ງແກັສທຳມະຊາດລະຫວ່າງທັງ 2 ປະເທດ ໂດຍກ່າວວ່າ: “ຖ້າຣັດເຊຍປະຕິເສດຈະຮ່ວມມືກັບການສືບສວນເພື່ອຫາຄວາມຈິງໃນເລື່ອງນີ້”.
ຂະນະດຽວກັນ, ລັດຖະບານຣັດເຊຍຍັງປະຕິເສດທີ່ຈະມີສ່ວນກ່ຽວຂ້ອງກັບເລື່ອງນີ້.
- ກອງທັບຂອງຈີນກ່າວວ່າ: ກອງທັບທະຫານຂອງອິນເດຍໄດ້ຂ້າມຊາຍແດນຫິມາໄລທີ່ເປັນຂໍ້ຂັດແຍ່ງຂອງປະເທດ ແລະ ໄດ້ຍິງປືນເພື່ອສົ່ງຄຳເຕືອນໃສ່ທະຫານຂອງຈີນ. ຂະນະທີ່ອິນເດຍປະຕິເສດ ແລະ ກ່າວວ່າ: ທະຫານຈີນຍິງປືນຂຶ້ນໃນອາກາດ.
ທະຫານຂອງທັງ 2 ປະເທດເຄີຍປະທະກັນກ່ອນໜ້ານີ້ຢູ່ບໍລິເວນທີ່ເອີ້ນວ່າ: Line of Actual Control ແຕ່ເຫດການຫລ້າສຸດ ຖ້າໄດ້ຮັບການຢືນຢັນຢ່າງເປັນທາງການ ຈະເຮັດໃຫ້ເປັນເຫດການຍິງກັນດ້ວຍປືນນັດທຳອິດໃນຮອບ 45 ປີ.
- ມີລາຍງານວ່າ Maria Kolesnikova ຜູ້ນຳຝ່າຍຄ້ານຂອງປະເທດເບລາຣຸສຖືກຄວບຄຸມຕົວຢູ່ຊາຍແດນຂອງປະເທດຢູເຄຣນ ຫລັງຈາກນາງຈີກໜັງສືເດີນທາງຂອງຕົນເອງ ເພື່ອຂັດຂວາງຄວາມພະຍາຍາມທີ່ຈະເນລະເທດນາງອອກຈາກປະເທດ.
Kolesnikova ຫາຍຕົວໄປຫລັງຈາກຖືກຄວບຄຸມຕົວຢູ່ Minsk ເມືອງຫລວງຂອງເບລາຣຸສ ໃນວັນທີ 8 ກັນຍາ ໂດຍນາງເປັນແກນນຳນັກວິຈານກ່ຽວກັບ Alexander Lukashenko ປະທານາທິບໍດີຂອງປະເທດ ເຊິ່ງເປັນຜູ້ຄວບຄຸມການເລືອກຕັ້ງໃນເດືອນຜ່ານມາ.
ຂະນະດຽວກັນ ສະຫະພາບເອີຣົບມີແຜນໃນທ້າຍເດືອນນີ້ຈະປະກາດມາດຕະການຂວ້ຳບາດຕໍ່ເຈົ້າໜ້າທີ່ຂອງປະເທດເບລາຣຸສ 31 ຄົນທີ່ກ່ຽວຂ້ອງກັບການລົງຄະແນນ ລວມທັງລັດຖະມົນຕີກະຊວງພາຍໃນ ຕາມງານຂອງສຳນັກຂ່າວ Reuters.
- Valdis Dombrovskis ອະດີດນາຍົກລັດຖະມົນຕີຂອງປະເທດ Latvia ຈະເຂົ້າຮັບຕຳແໜ່ງນັກເຈລະຈາການຄ້າລະດັບສູງຂອງສະຫະພາບເອີຣົບ ໂດຍທ່ານເຂົ້າມາແທນ Phil Hogan ເຊິ່ງລາອອກຫລັງຈາກລັດຖະບານໃນໄອແລນ ເຊິ່ງເປັນບ້ານເກີດຂອງທ່ານ ກ່າວຫາວ່າທ່ານເຮັດຜິດກົດຂອງການ Lockdown ທີ່ບໍ່ອະນຸຍາດໃຫ້ມີການຈັດງານລ້ຽງອາຫານຄໍ່າໃນສັງຄົມຄົນຫລິ້ນກ໊ອບ.
ປັດຈຸບັນທ່ານ Dombrovkis ດຳລົງຕຳແໜ່ງເປັນຮອງປະທານຄະນະກຳມາທິການເອີຣົບ.
- ອົດສະຕຣາລີດຶງຕົວນັກຂ່າວ 2 ຄົນກັບຈາກປະເທດຈີນ ຫລັງຈາກພວກເຂົາຖືກເປີດໂປ່ງວ່າມີການພົວພັນທາງການທູດແອບແຝງ ໂດຍ Bill Birtles ຂອງສຳນັກຂ່າວ ABC ແລະ Michael Smith ຂອງສຳນັກຂ່າວ Australian Financial Review ໄດ້ມີສ່ວນຮ່ວມແບບລັບໆກັບພາລະກິດຂອງຄະນະທູດຈາກອົດສະຕຣາລີ.
ພວກເຂົາໄດ້ຮັບມອບໝາຍໃຫ້ຊັກຖາມກ່ຽວກັບ Cheng Lei ນັກຂ່າວຊາວອົດສະຕຣາລີອີກຄົນໜຶ່ງ ເຊິ່ງຖືກລັດຖະບານຈີນຄວບຄຸມຕົວໂດຍບໍ່ມີຄຳອະທິບາຍໃດໆ. ຂະນະທີ່ນັກຂ່າວທັງ 2 ຄົນໄດ້ຮັບໂອກາດໃນການຫລົບໜີຈາກຈີນ ໂດຍລັດຖະບານຂອງອົດສະຕຣາລີ ຫລັງຈາກມີການຕົກລົງໃຫ້ສຳພາດກັບຕຳຫລວດ.
- ສານແຫ່ງປະເທດຊາອຸດິອາຣາເບຍໄດ້ປະກາດຍົກເລີກໂທດປະຫານຊີວິດຂອງຜູ້ຕ້ອງຫາ 5 ຄົນທີ່ຖືກຕັດສິນວ່າມີຄວາມຜິດໃນການຄາດຕະກຳ Jamal Khashoggi ນັກຂ່າວທີ່ວິພາກວິຈານລະບອບການປົກຄອງຂອງປະເທດໃນປີ 2018.
ໂທດຂອງພວກເຂົາ 2 ຄົນຫລຸດລົງເປັນຕິດຄຸກ 20 ປີ. ຂະນະທີ່ອີກ 3 ຄົນໄດ້ຮັບໂທດເບົາກວ່ານັ້ນ ໂດຍສານລະບຸວ່າ: “ບໍ່ມີຫລັກຖານວ່າເຈົ້າໜ້າທີ່ທີ່ຖືກກ່າວຫາວ່າເປັນຄົນສັ່ງຂ້ານັ້ນມີຄວາມຜິດ” ຂະນະທີ່ຜູ້ລາຍງານຂ່າວຂອງ UN ໄດ້ຕັ້ງຄຳຖາມກ່ຽວກັບຄວາມເປັນອິດສະຫລະຂອງສານ.
- ນັກເກັງກຳໄລໄດ້ມີການເທຂາຍຫຸ້ນຂອງ SoftBank ໃນວັນທີ 7 ກັນຍາຜ່ານມາ ເຮັດໃຫ້ມູນຄ່າຂອງບໍລິສັດຫລຸດລົງ 8,9 ພັນລ້ານໂດລາ (7,2% ຂອງມູນຄ່າຫລັກຊັບ) ເຊິ່ງສິ່ງນີ້ເກີດຂຶ້ນຫລັງຈາກລາຍງານໃນທ້າຍອາທິດໂດຍ Financial Times ກ່ຽວກັບຄວາມກະຫາຍທີ່ເພີ່ມຂຶ້ນຂອງ SoftBank ທີ່ຈະເພີ່ມຄວາມສ່ຽງ ແລະ ການລົງທຶນໃນຕາສານອະນຸພັນທາງດ້ານເຕັກໂນໂລຊີ ເຊິ່ງເຮັດໃຫ້ນັກລົງທຶນລາຍຍ່ອຍຈຳນວນຫລາຍເກີດຄວາມຢ້ານກົວ.
- ຫລັງຈາກໄດ້ເກີດໄພພິບັດໃນພາກພື້ນຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ ດ້ວຍການເຮັດໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງ ຕາມມາແມ່ນເຫດດິນເຈື່ອນ, ພາຍຸໄຕ້ຝຸ່ນ ທີ່ມີຊື່ວ່າ Haishen ຍັງເຮັດໃຫ້ມີຜູ້ສູນຫາຍອີກ 4 ຄົນພາຍໃນປະເທດ.
ຕໍ່ມາ Haishen ໄດ້ພັດເຂົ້າສູ່ ສ.ເກົາຫລີ ແລະ ເຮັດໃຫ້ເກີດເຫດແຜ່ນດິນເຈື່ອນຢູ່ເມືອງ Busan ເຊິ່ງໃຫຍ່ເປັນອັນດັບ 2 ຂອງປະເທດ ແລະ ເມືອງ Ulsan ກໍໄດ້ປະສົບບັນຫາໄຟຟ້າມອດ ເຮັດໃຫ້ຫລາຍພັນຄົນຕ້ອງຂາດການຕິດຕໍ່.
ຂະນະດຽວກັນ ຖ້ຽວບິນຫລາຍຮ້ອຍຖ້ຽວຖືກຍົກເລີກ ແລະ ເຄື່ອງປະຕິກອນນິວເຄຼຍ 2 ເຄື່ອງພາຍໃນບໍລິເວນໃກ້ຄຽງໄດ້ປິດຕົວລົງ ແລະ ໃນອາທິດຜ່ານມາ ປະເທດທາງຝັ່ງອາຊີຕາເວັນອອກສຽງເໜືອໄດ້ຮັບຜົນກະທົບຢ່າງຮຸນແຮງເຊັ່ນກັນຈາກພາຍຸໄຕ້ຝຸ່ນຊື່ວ່າ Maysak.
- ປະທານາທິບໍດີ Rodrigo Duterte ແຫ່ງປະເທດຟີລິບປິນ ໄດ້ປະກາດຍົກເລີກໂທດໃຫ້ແກ່ນາວິກໂຍທິນຊາວອາເມລິກາ ເຊິ່ງຖືກຈຳຄຸກໃນຂໍ້ຫາຄາດຕະກຳຍິງຂ້າມເພດ.
Joseph Scott Pemberton ໄດ້ຂ້າ Jennifer Laude ຫລັງຈາກໄປຮັບນາງຢູ່ຮ້ານບັນເທີງ ໂດຍລາວອ້າງວ່າເປັນການປ້ອງກັນຕົວ. ຂະນະທີ່ນັກເຄື່ອນໄຫວເພື່ອສິດທິຂອງຊາວ LGBT ເອີ້ນສິ່ງນີ້ວ່າ: “ອາດຊະຍາກຳແຫ່ງຄວາມກຽດຊັງ” ແລະ ນັກວິຈານອິດທິພົນຂອງຊາວອາເມລິກາໃນຟີລິບປິນກໍໄດ້ສະແດງຄວາມບໍ່ພໍໃຈຕໍ່ການໃຫ້ອະໄພຂອງ Duterte.
- ປະທານາທິບໍດີ ໂດນັລ ທຣຳ ແຫ່ງອາເມລິກາ ຫລ້າສຸດໄດ້ກ່າວວ່າທ່ານຈະສະໜັບສະໜູນການສອບສວນຂໍ້ກ່າວຫາກ່ຽວກັບ Louis DeJoy ຫົວໜ້າຝ່າຍບໍລິການຂອງໄປສະນີອາເມລິກາ ແລະ ພັນທະມິດຄົນອື່ນໆທີ່ມີຄວາມໃກ້ຊິດກັນ.
ສຳນັກຂ່າວ Washington Post ລາຍງານວ່າທ່ານ DeJoy ໄດ້ຈ່າຍເງິນໃຫ້ພະນັກງານໃນທຸລະກິດທີ່ທ່ານຄວບຄຸມຢູ່ ພ້ອມໂບນັດສຳລັບການບໍລິຈາກທີ່ກ່ຽວຂ້ອງກັບການເມືອງຕາມຄຳຮຽກຮ້ອງຂອງທ່ານ.
ອີກຢ່າງໜຶ່ງ, ກົດໝາຍຂອງລັດຖະບານກາງ ໄດ້ກຳນົດຂໍ້ຈຳກັດໃນການບໍລິຈາກແຕ່ລະຄັ້ງ. ຂະນະທີ່ ໂຄສົກຂອງ DeJoy ກ່າວວ່າທ່ານນັ້ນເຊື່ອວ່າຕົນເອງປະຕິບັດຕາມກົດໝາຍການລະດົມທຶນມາໂດຍຕະຫລອດ.










