ຍີ່ປຸ່ນຈະເປັນຄູ່ຮ່ວມມືການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ອັນດັບໜຶ່ງຂອງຫວຽດນາມ
ແຫຼ່ງຂ່າວຈາກ thoidai, ວັນທີ 8 ກັນຍານີ້ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 7 ກັນຍາ, ຢູ່ທີ່ຮ່າໂນ້ຍ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຂອງຫວຽດນາມ ໄດ້ມີການພົບປະກັບບັນດາລັດວິສາຫະກິດ ແລະ ອົງການເສດຖະກິດຂອງຍີ່ປຸ່ນທີ່ດຳເນີນທຸລະກິດຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບຝ່າຍຍີ່ປຸ່ນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕາມຄຳຮຽກຮ້ອງຂອງ ຍີ່ປຸ່ນ; ຈະສືບຕໍ່ພັດທະນາພື້ນຖານໂຄງລ່າງອຸດສາຫະກຳລົດຍົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕັ້ງຄວາມຫວັງໄວ້ວ່າ: ຍີ່ປຸ່ນຈະກາຍເປັນຄູ່ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ອັນດັບໜຶ່ງຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຕື່ນອີກວ່າ: ຫວຽດນາມ ພວມກະກຽມຈະເປີດສາຍການບິນສາກົນໃນມໍ່ໆນີ້, ໃນນັ້ນມີບຸລິມະສິດໃຫ້ແກ່ບັນດາເປົ້າໝາຍເຊັ່ນ: ຜູ້ຊ່ຽວຊານ, ຜູ້ຈັດການ, ກຳມະກອນທີ່ມີສີມື, ນັກລົງທຶນ… ຫວຽດນາມຈະສືບຕໍ່ຊຸກຍູ້ ແລະ ສ້າງທຸກເງື່ອນໄຂເພື່ອໃຫ້ການປະຕິບັດສັນຍາການຄ້າເສລີ ໃຫ້ດີທີ່ສຸດ.
ສ່ວນຜູ້ຕາງໜ້າລັດວິສາຫະກິດຍີ່ປຸ່ນສະເໜີໃຫ້ລັດຖະບາຂະຫຍາຍ
ບຸລິມະສິດໃຫ້ແກ່ເຕັກໂນໂລຢີທີ່ກ້າວໜ້າ, ການລົງທຶນຂະໜາດໃຫຍ່, ແລະ ບຸລິມະສິດໃຫ້ແກ່ລະບົບການຜະລິດ; ບຸລິມະສິດໃຫ້ແກ່ບັນດາໂຄງການພະລັງງານຕາມຮູບແບບຮ່ວມມືພາກລັດ-ເອກະຊົນຕື່ມອີກ.
ຂ່າວ: ລູກເມືອງພວນ.










