ວໍຊິງຕັນຂອງສະຫະລັດຜ່ານກົດໝາຍໃຫ້ເອົາສົບຄົນໄປເຮັດເປັນປຸ໋ຍໄດ້


ແຂວງວໍຊີງຕັນທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງສະຫະລັດອາເມລິກາ ເປັນແຂວງທຳອິດທີ່ຜ່ານກົດໝາຍໃຫ້ເອົາສົບຄົນຕາຍໄປເຮັດເປັນປຸ໋ຍໄດ້ ໂດຍເຈົ້າແຂວງໆວໍຊິງຕັນ ທ່ານ ເຈ ອິນລີ ລົງນາມຜ່ານຮ່າງກົດໝາຍນີ້ເມື່ອວັນທີ 21 ພຶດສະພາ 2020 ທີ່ຜ່ານມາ.
ສຳລັບກົດໝາຍໃໝ່ນີ້ ຈະສາມາດໃຫ້ເຮົາເລືອກໄດ້ວ່າຈະໃຫ້ເອົາສົບຂອງຕົນເອງໄປເຮັດເປັນປຸ໋ຍໄດ້ ຖືເປັນທາງເລືອກໃໝ່ນອກຈາກການຝັງ ຫລື ເຜົາ ແລະ ມີປະໂຫຍດໃນທາງປະຕິບັດໃນເມືອງຕ່າງໆທີ່ມີພື້ນທີ່ສຸສານໜ້ອຍລົງເລື້ອຍໆ ແລະ ດ້ວຍຂະບວນການຍ່ອຍສະຫລາຍ ຮ່າງຄົນທີ່ທ່ານຮັກຈະຖືກປ່ຽນໃຫ້ກາຍເປັນດິນ ແລະ ນຳໄປໃຊ້ສຳລັບປູກຜັກ ແລະ ດອກໄມ້ໄດ້.
ແຄດທຣີນາ ສະເປດ ເຊິ່ງເປັນຜູ້ເຄື່ອນໄຫວໃຫ້ມີການສະເໜີກົດໝາຍນີ້ ເປັນຜູ້ກໍ່ຕັ້ງບໍລິສັດທີ່ເປັນບ່ອນທຳອິດໃນການໃຫ້ບໍລິການປ່ຽນສົບເປັນປຸ໋ຍໄດ້.
“ການຍ່ອຍສະຫລາຍປ່ຽນໃຫ້ຮ່າງກາຍເປັນດິນເປັນທາງເລືອກໃໝ່ນອກເໜືອຈາກການດອງສົບ, ການຝັງ ຫລື ການເຜົາ ເຊິ່ງເປັນວິທີທີ່ເປັນທຳມະຊາດ, ປອດໄພ ແລະ ໝັ້ນຄົງ ແລະ ຈະຊ່ວຍປະຢັດການໃຊ້ພື້ນທີ່ (ສຳລັບຝັງ) ແລະ ຫລຸດການປ່ອຍອາຍກາກໂບນິກ”- ແຄດທຣີນາ ສະເປດ ກ່າວກັບສຳນັກຂ່າວ AFP ໂດຍນາງເລົ່າວ່າ : ຂະບວນການຂອງບໍລິສັດທີ່ຊື່ Recomposeປະກອບໄປດ້ວຍການນຳຮ່າງກາຍໄປໃສ່ໃນຫີບເຫລັກຮູບຊົງ 6 ຫລ່ຽມ, ໃສ່ພືດອັລຟ່າຟາ, ໄມ້ສັບ ແລະ ເຟືອງ ເຊິ່ງຫລັງຈາກປິດຫີບບັນຈຸ ຮ່າງກາຍຈະຍ່ອຍສະຫລາຍຕາມທຳມະຊາດພາຍໃນ 30 ມື້ ຈະໄດ້ດິນບັນຈຸໃນລົດຊຸກດິນປະມານ 2 ລົດ.
ໃນໄລຍະທີ່ຜ່ານມາ ການຝັງສົບແບບເປັນມິດຕໍ່ສິ່ງແວດລ້ອມເປັນທີ່ນິຍົມຫລາຍຂຶ້ນເລື້ອຍໆ. ກ່ອນໜ້ານີ້ ມີການເປີດເຜີຍວ່າ ມີການຝັງຮ່າງນັກສະແດງອາເມລິກາ ລຸກ ແພຣຣີ ລົງໃນຊຸດຝັງສົບທີ່ມີສ່ວນປະກອບຂອງເຫັດຊະນິດພິເສດ ໂດຍບໍລິສັດ Coeioເຊິ່ງບອກວ່າຊ່ວຍນຳເອົາສານອາຫານຈາກຮ່າງກາຍຄົນອອກໄປໃຫ້ພືດໃນບໍລິເວນໃກ້ໆໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ.
ແຈ ຣິມ ລີ ຜູ້ຜະລິດຊຸດຝັງສົບນີ້ບອກວ່າ ຊຸດຈະສາມາດຫລຸດສານພິດທີ່ປ່ອຍອອກຈາກຮ່າງກາຍສູ່ສິ່ງແວດລ້ອມຈາກຂະບວນການຍ່ອຍສະຫລາຍ ແລະ ການເຜົາສົບ.
ກ່ອນໜ້ານີ້ໃນສະວີເດັນກໍໄດ້ຜ່ານກົດໝາຍໃຫ້ຂະບວນການຍ່ອຍສະຫລາຍສົບໃຫ້ເປັນປຸ໋ຍໄດ້ເຊັ່ນກັນ ສ່ວນໃນອັງກິດກໍອະນຸມັດໃຫ້ການຝັງສົບແບບບໍ່ໃຊ້ໂລງສົບ ຫລື ໂລງສົບທີ່ຍ່ອຍສະຫລາຍໄດ້ຕາມທຳມະຊາດ ຖືກົດໝາຍແລ້ວ.