ເປັນຫຍັງ ການພະນັນທີ່ມີເຈົ້າມື ຫລິ້ນມີແຕ່ເຈັ້ງກັບເຈັ້ງ ?
September 9, 2020 - 3:09 PM
- ການພະນັນມີສອງແບບຄື: ແບບຫລິ້ນກັນເອງ ແລະ ແບບທີ່ມີເຈົ້າມື.
- ແບບຫລິ້ນກັນເອງ ແມ່ນແລ້ວແຕ່ດວງ ແລະ ຄວາມເກັ່ງຂອງຜູ້ຫລິ້ນ, ແບບນີ້ເງິນຈະບໍ່ຫລຸດໄປໃສ ເປັນ zero sum game ຄົນຊະນະຈະໄດ້ເງິນຂອງຜູ້ເສຍໄປ.
- ແຕ່ສຳລັບແບບທີ່ມີເຈົ້າມື ເຮົາຈະຢູ່ໃນສະພາບເສຍປຽບສະເໝີ ເພາະທຸກເກມ ບໍ່ວ່າຈະເປັນແບບໃດ ທັງໄພ້, ບານ ຫລື ອື່ນໆ ລະບົບຈະຖືກອອກແບບມາໃຫ້ ເວລາເຮົາໄດ້ເຮົາຈະໄດ້ບໍ່ເຕັມ ແຕ່ເວລາເສຍຈະເສຍເຕັມຮ້ອຍ.
- ໃນບາງເກມ ເຖິງຈະໂຄສະນາວ່າໄດ້ເຕັມຮ້ອຍ ແຕ່ໂອກາດຊະນະຈະ “ໜ້ອຍກວ່າ” ໂອກາດເສຍສະເໝີ.
- ໃນໄລຍະສັ້ນມັນບໍ່ເຫັນຜົນ ແຕ່ໂລກນີ້ມັນມີກົດທີ່ເອີ້ນວ່າ law of large number ແປງ່າຍໆຄື ຖ້າຫລິ້ນໄປເລື້ອຍໆ ສຸດທ້າຍໃນໄລຍະຍາວມັນຈະ converge ຫລື ໄລຍະເຂົ້າສູ່ ຄວາມເສຍປຽບຂອງເຮົາ. ນັ້ນໝາຍເຖິງເຮົາຈະເສຍໃນທີ່ສຸດ.
- ຫລັກການງ່າຍໆຂອງເລື່ອງນີ້ຄື ໃຊ້ທິດສະດີຄວາມອາດຈະເປັນ (probability) ໃນວິຊາຄະນິດສາດທີ່ເຮົາເຄີຍໄດ້ຮຽນມາຕອນຢູ່ມັດທະຍົມ.
- ຖ້າເຮົາໂຍນຫົວກ້ອຍ 5 ເທື່ອ ແລ້ວຂຽນສະຖິຕິ ມັນອາດໄດ້ຫົວຫລາຍກວ່າກ້ອຍ ຫລື ກ້ອຍຫລາຍກວ່າຫົວ ແບບ 5 ເທື່ອຕໍ່ 0 ເທື່ອ ອາດເປັນໄປໄດ້ໃນບາງເທື່ອ.
- ແຕ່ຖ້າໃຫ້ເຮົາໂຍນ 50.000 ເທື່ອ ອັດຕາໄດ້ຫົວຕໍ່ກ້ອຍຈະໃກ້ຄຽງກັນຫລາຍ. ນີ້ລະເອີ້ນວ່າ law of large number.
- ແຕ່ເທື່ອນີ້ ຄວາມໄດ້ປຽບຂອງເຈົ້າມືໃນວົງພະນັນມັນຖືກອອກແບບມາໃຫ້ໄດ້ປຽບເຮົາແບບອ່ອນໆເຊັ່ນ: 55:45 (ຖ້າໄດ້ປຽບຫລາຍ ມັນຈະລໍ້ໃຫ້ເຮົາຕິດກັບດັກບໍ່ໄດ້ ດຽວໄກ່ສິຕື່ນ).
- ບາດນີ້ເມື່ອເຮົາຫລິ້ນພະນັນໄປເລື້ອຍໆ ເຮົາຈະເປັນຄົນທີ່ເສຍປຽບ ປຽບເໝືອນປາລອຍທວນນ້ຳ ຈັງໃດກໍຝືນບໍ່ໄດ້.
- ອ່ານຮອດຕອນນີ້ ອາດຈະເຂົ້າໃຈຫລັກການງ່າຍໆຂອງການພະນັນແລ້ວ ແຕ່ຖ້າເຮົາຍິ້ມວ່າເຮົາບໍ່ກ່ຽວຂ້ອງກັບການພະນັນທີ່ມີເຈົ້າມື ລອງອ່ານຂໍ້ສຸດທ້າຍ…
- ຫວຍລັດຖະບານ ຖືເປັນການພະນັນທີ່ມີເຈົ້າມືໃຫຍ່ທີ່ສຸດໃນປະເທດ ທີ່ມີຄົນເຂົ້າຮ່ວມເກມນີ້ສິບລ້ານຄົນ ໂດຍຖ້າເບິ່ງຈາກງົບການເງິນຂອງຫວຍລັດຖະບານແລ້ວ ຄວາມໄດ້ປຽບຂອງເຈົ້າມື ຄື 65:35 ເຊິ່ງເຮົາມີໂອກາດເສຍຫລາຍກວ່າຫລາຍເກມການພະນັນໃນວົງພະນັນອີກ.