ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ

ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ - 555 38 - ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ
ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ - kitchen vibe - ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ

ວັນທີ 4 ກັນຍາຜ່ານມານີ້ ໄດ້ມີສື່ປະເທດເພື່ອນບ້ານອອກຂ່າວວ່າ “ທາງການລາວຍອມໃຫ້ຈີນເຂົ້າດຳເນີນການເຂື່ອນໄຟຟ້າແລກກັບໜີ້ອັນມະຫາສານ” ເຮັດໃຫ້ເປັນກະແສສັງຄົມ ຄ້ອຍຕາມ ແລະ ສັບສົນ ຕໍ່ບັນຫາດັ່ງກ່າວນີ້

ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ - thainews 983x1024 - ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ

ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ - Visit Laos Visit SALANA BOUTIQUE HOTEL - ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ

ຫລ້າສຸດ ວັນທີ 9 ກັນຍານີ້ ບໍລິສັດ ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາຊີ້ແຈງຜ່ານເຟສບຸກເພຈທາງການ ໂດຍມີເນື້ອໃນດັ່ງນີ້:

  1. ປະເດັນຂ່າວທີ່ວ່າ ທາງການຈີນຈະຢຶດດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ, ຄວາມຈິງແລ້ວຄື: ບໍ່ມີການຢຶດໃດໆ ທາງລັດຖະບານຈີນ ຫຼື ບໍລິສັດຈີນ ພຽງແຕ່ເປັນການຮ່ວມມື ລະຫວ່າງລາວ ແລະ ຈີນ ທີ່ມີມາຍາວນານທີ່ຈະພັດທະນາລະບົບສາຍສົ່ງແຮງສູງຮ່ວມກັນ, ລັດຖະບານລາວ ແລະ ຟຟລ ຢືນຢັນວ່າ: ການຄວບຄຸມບໍລິຫານຈັດການທາງດ້ານພະລັງງານໄຟຟ້າຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານລາວບໍ່ແມ່ນຂອງລັດຖະບານປະເທດອື່ນ.
  2. ການເຂົ້າມາຂອງ ບໍລິສັດ CSG ທີ່ຈິງແລ້ວເປັນເລື່ອງທີ່ທາງການຈີນສົ່ງລັດວິສາຫະກິດຂອງຈີນເຂົ້າມາຊ່ວຍ ເຫລືອລັດຖະບານລາວ ທັງໃນດ້ານເຕັກນິກ, ເງິນທຶນ ເຊິ່ງຄາດວ່າຈະມີເງິນເຂົ້າມາລົງທຶນໃນລະບົບສາຍສົ່ງໄຟຟ້າ ຂອງປະເທດລາວຈໍານວນຫຼາຍ. ເພື່ອຕອບສະໜອງຄວາມຕ້ອງການໄຟ ທີ່ນັບມື້ຫຼາຍຂຶ້ນທັງຢູ່ພາຍໃນ ແລະ ປະເທດອ້ອມຂ້າງ.
  3. ຜ່ານມາຫຼາຍສິບປີລັດຖະບານລາວມີການເປີດກວ້າງການລົງທຶນຂອງພາກເອກະຊົນສໍາປະທານໃນແຫຼ່ງຜະລິດ ແຕ່ປະຈຸບັນໄດ້ເປີດໃຫ້ມີການສໍາປະທານສາຍສົ່ງໄດ້ ແຕ່ ຟຟລ ຍັງເປັນຜູ້ຄວບຄຸມ ແລະ ບັນຊາການເດີນເຄື່ອງ ໄຟຟ້າ. ເພື່ອຄວາມຫມັ້ນຄົງທາງດ້ານພະລັງງານຂອງຊາດ ແລະ ຕອບສະໜອງນະໂຍບາຍຂອງບັນດາປະເທດອາ ຊຽນໃນກອບການຮ່ວມມືທາງດ້ານພະລັງງານທີ່ສົ່ງເສີມໃຫ້ມີ Asian Power Grid ຫຼື ການເຊື່ອມໂຍງກັນ ດ້ວຍລະບົບສົ່ງໄຟຟ້າໃນບັນດາປະເທດອາຊຽນເພື່ອຄວາມຫມັ້ນຄົງທາງດ້ານພະລັງງານຂອງທັງຫມົດໃນອາຊຽນ.
  4. ລັດຖະບານລາວຄາດໝາຍວ່າ ຄວາມຮ່ວມມືລະຫວ່າງລາວ ແລະ ຈີນ ຈະສ້າງໂອກາດທາງດ້ານການຕະຫລາດ ໃຫ້ເພີ່ມຂື້ນໂດຍການຂະຫຍາຍໄຟຟ້າເຂົ້າສູຈີນ ແລະ ກຸ່ມປະເທດ CLMV ເພີ່ມຕື່ມ ຫາກລະບົບສາຍສົ່ງໄຟຟ້າ ສາມາດເຊື່ອມໂຍງກັນໄດ້ທັງຫມົດ.
  5. ທ້າຍທີ່ສຸດແລ້ວ ພາຍໃຕ້ຮູບແບບສໍາປະທານທັງລະບົບສາຍສົ່ງ ແລະ ເຂື່ອນໄຟຟ້າພະລັງງານນ້ໍາທັງໝົດທີ່ໄດ້ກໍ່ສ້າງ ແລະ ຈັດຕັ້ງປະຕິບັດໃນປະເທດລາວໄປແລ້ວ ຕໍ່ໄປໃນອານາຄົດຈະຖືກໂອນເປັນຊັບສິນຂອງລັດຖະບານ ລາວ ທັງຫມົດຕາມສັນຍາ BOT ຊຶ່ງເປັນຮູບແບບການລົງທຶນທີ່ເປັນມາດຕະຖານສາກົນ ແລະ ຄາດຫມາຍວ່າ ມູນຄ່າຊັບສິນທັງຫມົດທີ່ຈະໂອນເປັນຂອງລັດຖະບານລາວຈະມີມູນຄ່າມະຫາສານ.

 

 

ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ - 4 - ລັດວິສາຫະກິດໄຟຟ້າລາວອອກມາຊີ້ແຈງ ກໍລະນີມີຂ່າວວ່າ ທາງການຈີນຈະຢຶດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!