ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 9 ກັນຍາ 2020
- ການທົດລອງວັກຊີນ COVID-19 ທີ່ພັດທະນາໂດຍມະຫາວິທະຍາໄລ Oxford ແລະ ບໍລິສັດ AstraZeneca ໄດ້ຖືກໂຈະຊົ່ວຄາວເປັນຄັ້ງທີ 2 ຫລັງຈາກຜູ້ເຂົ້າຮ່ວມທົດລອງມີອາການບໍ່ສະບາຍທີ່ບໍ່ສາມາດອະທິບາຍໄດ້ເກີດຂຶ້ນ.
ຄວາມຫວັງຫລວງຫລາຍກຳລັງຖືກມັດໄວ້ກັບວັກຊີນ ເຊິ່ງກຳລັງໄດ້ຮັບການທົດສອບກັບຄົນຫລາຍ ໝື່ນຄົນໃນການທົດລອງໄລຍະທີ 3. ຂະນະທີ່ ໂຄສົກກ່າວວ່າ: ການໂຈະຊົ່ວຄາວດັ່ງກ່າວເປັນເລື່ອງປົກ ກະຕິ ແລະ ການບໍ່ສະບາຍທີ່ບໍ່ຄາດຄິດມັກເກີດຂຶ້ນໂດຍບັງເອີນ.
- ການຫລຸດລົງຂອງຫຸ້ນກຸ່ມເຕັກໂນໂລຊີຍັງດຳເນີນຕໍ່ໄປ ຫລັງຈາກການຫລຸດລົງໃນອາທິດຜ່ານມາ. ຂະນະທີ່ລາຄານ້ຳມັນທີ່ຫລຸດລົງຕາມມາໄດ້ສົ່ງຜົນກະທົບຕໍ່ຫຸ້ນກຸ່ມພະລັງງານ ໂດຍດັດຊະນີ Nasdaq ປິດຫລຸດລົງ 4,1% ແລະ ດັດຊະນີ S&P 500 ຫລຸດລົງ 2,8%.
ຫຸ້ນກຸ່ມເຕັກໂນໂລຊີເຄີຍສະແດງປະສິດທິພາບໄດ້ດີໃນໄລຍະທີ່ຊາວອາເມລິກາສ່ວນຫລາຍຍັງຢູ່ພາຍໃຕ້ມາດຕະການ Lockdown ແຕ່ປັດຈຸບັນນີ້ ພຽງແຕ່ລາຄາຫຸ້ນຂອງ Tesla ຍັງຫລຸດລົງຢ່າງຮຸນແຮງເຖິງ 21% ໃນວັນທີ 8 ກັນຍາ ຫລັງຈາກຄະນະກຳມາທິການບໍ່ໄດ້ເພີ່ມ Tesla ເຂົ້າສູ່ດັດຊະນີ S&P 500.
- ລາຄາຫຸ້ນຂອງ Nongfu Spring ປິດຕະຫລາດໃນວັນທີ 8 ກັນຍາ ດ້ວຍມູນຄ່າເພີ່ມຂຶ້ນ 54% ໃນມື້ທຳອິດຂອງການຊື້ຂາຍໃນຕະຫລາດຫລັກຊັບຮົງກົງ ( ແລະ ຫລຸດລົງເລັກໜ້ອຍໃນການຊື້ຂາຍຕອນເຊົ້າວັນທີ 9 ກັນຍາ).
ບໍລິສັດນ້ຳດື່ມຂອງຈີນແຫ່ງນີ້ ສາມາດລະດົມທຶນໄດ້ 1.100 ລ້ານໂດລາ ໃນການສະເໜີຂາຍຫຸ້ນ IPO ແລະ ເຮັດໃຫ້ Zhong Shanshan ຜູ້ສ້າງຕັ້ງບໍລິສັດກາຍເປັນບຸກຄົນຮັ່ງມີອັນດັບ 3 ຂອງຈີນທັນທີ.
- ຈີນປະກາດຄວາມຕັ້ງໃຈຈະກຳນົດກົດເກນໃໝ່ໃນການຮັກສາຄວາມປອດໄພຂໍ້ມູນທົ່ວໂລກ ໂດຍອ້າງເຖິງຄວາມພະຍາຍາມຂອງອາເມລິກາໃນການທຳລາຍຊື່ສຽງທາງດ້ານເຕັກໂນໂລຊີຂອງຈີນ.
ນອກຈາກນີ້ ລັດຖະບານຈີນຍັງກ່າວວ່າ ພວກເຂົາຈະບໍ່ຂໍໃຫ້ບໍລິສັດຕ່າງໆແບ່ງປັນຂໍ້ມູນຈາກຕ່າງປະເທດ ຫລື ສ້າງການເຂົ້າເຖິງແບບ “ລັບໆ”. ການປະກາດດັ່ງກ່າວມີຂຶ້ນຫລາຍວັນກ່ອນຮອດເສັ້ນຕາຍຂອງການຂາຍ TikTok ໃຫ້ອາເມລິກາ ຕາມຄຳສັ່ງຂອງ ໂດນັລ ທຣຳ.
- Premalal Jayasekara ນັກການເມືອງຂອງປະເທດສີລັງກາ ທີ່ຖືກຕັດສິນວ່າມີຄວາມຜິດໃນຂໍ້ຫາຄາດຕະກຳນັກກິດຈະກຳຝ່າຍຄ້ານ ໄດ້ຮັບອະນຸຍາດໃຫ້ເຂົ້າກ່າວຄຳສາບານໃນຖານະສະມາຊິກສະພາຜູ້ແທນລາຊະດອນ ໂດຍທ່ານນັ້ນຖືກປະຫານຊີວິດ, ແຕ່ຫລັງຈາກການສະເໜີຊື່ ສສ ສຳເລັດໃນການເລືອກຕັ້ງເມື່ອເດືອນຜ່ານມາ ທ່ານກໍໄດ້ຮັບອະນຸຍາດໃຫ້ລົງແຂ່ງຂັນເພື່ອຊີງຕຳແໜ່ງເປັນ ສສ ອີກເທື່ອໜຶ່ງ.
Jayasekara ເປີດສາກຍິງນັກເຄື່ອນໄຫວຝ່າຍຄ້ານໃນການເລືອກຕັ້ງຂອງພັກຄູ່ແຂ່ງເມື່ອປີ 2015 ແລະ ເຖິງວ່າສານຈະຕັດສິນໂທດປະຫານຊີວິດ, ແຕ່ໃນທາງປະຕິບັດຕົວຈິງ ບໍ່ມີໃຜຖືກປະຫານຊີວິດເລີຍນັບແຕ່ປີ 1976.
ນອກຈາກນີ້ ທ່ານຍັງເປັນຄາດຕະກອນຄົນທຳອິດທີ່ຖືກຕັດສິນໃຫ້ດຳລົງຕຳແໜ່ງ ສສ ໃນປະເທດສີລັງກາ ໂດຍລາວເປັນ ສສ ນັບແຕ່ປີ 2011.