ພໍ່ແມ່ໄປນຳລູກສາວທີ່ໜີໄປນຳຜູ້ບ່າວ ແຕ່ລູກພັດຮ້ອງຂຶ້ນມີຄົນແປກໜ້າມາຈັບກຸມເອົາຕົນ


ເລື່ອງລາວມີຢູ່ວ່າ: ມີຍິງໜຸ່ມຄົນໜຶ່ງ ບັງເອີນຮ້ອງໄຫ້ສົນລະວົນຂຶ້ນຢູ່ກາງທາງວ່າ: ມີຄົນແປກໜ້າ ມາຈັບກຸມເອົາຕົນເອງໄປ. ເມື່ອໄດ້ຍິນສຽງຮ້ອງຄືແນວນັ້ນ ຫຼາຍຄົນໃຜກໍສົນໃຈ ແລະ ພ້ອມກັນແລ່ນເຂົ້າໄປຊ່ວຍເຫຼືອເອົານາງ. ໃນເບື້ອງຕົ້ນກໍຍັງບໍ່ສັບສົນປານໃດ ເພາະບໍ່ທັນຮູ້ວ່າເລື່ອງລາວແມ່ນແນວໃດແທ້? ທຸກຄົນຫຸ້ມລ້ອມຄົນແປກໜ້າຊຶ່ງລວມມືຊາຍໜຸ່ມ 3 ຄົນ ແລະ ຜູ້ຍິງຄົນໜຶ່ງອາຍຸປະມານ 40 ປີ.
ຄວາມເປັນຈິງຂອງເລື່ອງລາວກໍຄື: ສອງສາມມື້ກ່ອນໜ້ານີ້, ລູກສາວໄດ້ນັດໝາຍກັບຊາຍຊູ້ ຈຶ່ງໄດ້ອອກເຮືອນໄປແລ່ນນຳຜູ້ບ່າວ. ເມື່ອເປັນເຊັ່ນນັ້ນ, ບໍ່ມີພໍ່ແມ່ຄົນໃດທີ່ຈະປະໃຫ້ລູກຕົນເອງໄປແບບນັ້ນກັບຜູ້ຊາຍ.
ພໍ່ແມ່ໄດ້ໄປຊອກຕາມຫາລູກ ເພື່ອຫວັງວ່າຈະໄດ້ເອົາລູກກັບມາເຮືອນ ແລະ ບອກສອນ, ແຕ່ບໍ່ນຶກບໍ່ຝັນວ່າລູກຂອງຕົນຈະມີໃຈດຳອຳມະຫິດເຮັດໃສ່ພໍ່ແມ່ເຖິງຂະໜາດນັ້ນ. ນາງຮ້ອງຂຶ້ນວ່າ: ມີຄົນແປກໜ້າມາຈັບກຸມເອົາຕົນ ແລ້ວກໍແລ່ນໜີອອກຈາກພໍ່ແມ່ໄປ. ແຕ່ບໍ່ທັນເທົ່າໃດພາຍຫຼັງນາງຮ້ອງຂຶ້ນຄືແນວນັ້ນທັງ 4 ຄົນແປກໜ້ານັ້ນກໍຖືກຈັບກຸມໄວ້ທັງໝົດ.
ເມື່ອເປັນເຊັ່ນນັ້ນ, ພໍ່ແມ່ຂອງນາງກໍກັບເມືອເຮືອນເພື່ອເອົາປຶ້ມສຳມະໂນຄົວມາຢັ້ງຢືນວ່ານາງສາວຄົນນັ້ນແມ່ນລູກສາວຂອງຕົນແທ້.
ໂອຍ, ຈັ່ງແມ່ນໄວລຸ່ນແທ້ນໍ ບໍ່ທັນມີຄວາມຮູ້ປະສົບການໃນຊີວິດ ຈຶ່ງເຮັດໄປໂດຍບໍ່ຮູ້ເທົ່າເຖິງການ ຈົນສາມາດ ຍົກມືຂຶ້ນ “ bye” ຄອບຄົວ ມັນບໍ່ເປັນການດີດອກ.
ຫວັງວ່າ ຜ່ານເລື່ອງລາວຈາກເລື່ອງນີ້ ພວກລູກໆ ຫຼານໆ ທີ່ເກີດໃໝ່ໃຫ່ຍລຸນ ຈົ່ງເອົາເປັນບົດຮຽນຢ່າເຮັດສິ່ງທີ່ບໍ່ດີຄືເລື່ອງເລົ່າຂ້າງເທິງ.