ສື່ມວນຊົນຄົ້ນຄວ້າທິດຊີ້ນຳຂອງນາຍົກລັດຖະມົນຕີ
ໃນວັນທີ 10 ກັນຍານີ້ ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄົ້ນຄວ້າທິດຊີ້ນຳຂອງນາຍົກ ລັດຖະມົນຕີທີ່ ກ່າວຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມວັນ ສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍຄົບຮອບ 70 ປີ ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວ ເມື່ອອ່ານ, ຜູ້ຮູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຂຶ້ນທີ່ນະຄອນ ຫລວງວຽງຈັນ ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍ ບັນນາທິການ ແລະ ສື່ມວນຊົນອ້ອມຂ້າງສູນກາງ ເຂົ້າຮ່ວມ.
ທ່ານ ສະຫວັນຄອນ ລາຊະມຸນຕີ ກ່າວໃນພິທີວ່າ: ການຄົ້ນຄວ້າຄຳເວົ້າຂອງທ່ານນາຍົກລັດ ຖະມົນຕີ ນັ້ນກໍເພື່ອໃຫ້ມີຄວາມເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງມີປະສິດທິພາບໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນໄລຍະໃໝ່. ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ກໍຕ້ອງຮີບຮ້ອນປ່ຽນແປງ ແລະ ແກ້ໄຂແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ຕາມສະພາບ New normal. ສື່ຕ້ອງປັບ ປຸງປ່ຽນແປງໂດຍລຸກໃໝ່ນັ່ງໃໝ່ ໃນການສະໜອງຂໍ້ມູນຂ່າວສານ ຜ່ານຜະລິດຕະພັນສື່ຂອງຕົນສູ່ສັງ ຄົມ ໂດຍພະຍາຍາມອອກຈາກແຜນເຮັດຂ່າວກໍຄືການໂຄສະນາແບບເກົ່າ ດັ່ງທີ່ທ່ານນາຍົກກ່າວວ່າ: “ເນື້ອໃນແຂງກະດ້າງ ຮູບແບບແຫ້ງກະແດ້ງ” ຂ່າວຊ້ຳຊາກແຕ່ອັນເກົ່າ ບໍ່ມີໃຜຢາກເບິ່ງ, ຢາກອ່ານ, ໄດ້ຟັງເທື່ອໜຶ່ງກໍເຊົາ”.
ເວທີສົນທະນາຄັ້ງນີ້, ວິທະຍາກອນ ທີ່ເປັນຮອງປະທານສະມາຄົມແຫ່ງ ສປປ ລາວ, ທີ່ປຶກສາສະມາຄົມຕ່າງໆກໍໄດ້ມີຄຳເຫັນທີ່ສອດຄ່ອງ, ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ຜະລິດຕະພັນການໂຄສະນາຂອງສື່ມວນຊົນລາວທັນສະໄໝ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ຫລາກຫລາຍ, ມີຜູ້ບໍລິໂພກ ນັບມື້ນັບກວ້າງຂວາງ.