ໄຟໄໝ້ປ່າເປັນວົງກ້ວາງໃນສະຫະລັດ, ຫຼາຍພັນຄົນຕ້ອງໜີອອກຈາກບ້ານເຮືອນ
ແຫຼ່ງຂ່າວ ວັນທີ 10 ກັນຍາ ຈາກສຳນັກຂ່າວ vietnamnet ໃຫ້ຮູ້ວ່າ: ເຈົ້າໜ້າທີ ໃນລັດ Oregon ໃຫ້ຮູ້ວ່າ: ປັດຈຸບັນ ສະຫະລັດອາເມລິກາກຳລັງຮັບມືກັບໄຟໄໝ້ລາມປ່າເປັນວົງກ້ວາງ 35 ຈຸດ ໃນເນື້ອທີ່ 12.140 ເຮັກຕາ, ປະຊາຊົນຫຼາຍພັນຄົນຕ້ອງອົບພະຍົມລີ້ໄພຢູ່ທີ່ບ່ອນປອດໄພ.
ສຳນັກຂ່າວ RT ອ້າງອີງຄຳໃຫ້ການຂອງຜູ້ວ່າລັດ Oregon, ທ່ານ Kate Brown ໃຫ້ຮູ້ວ່າ: “ຕະຫຼອດໄລຍະ 24 ຊົ່ວໂມງຜ່ານມາ, ລັດ Oregon ຕົກຢູ່ໃນສະພາບໄຟໄໝ້ລາມປ່າທີ່ຮຸນແຮງທີ່ສຸດບໍ່ເຄີຍມີມາກ່ອນ, ສ້າງຄວາມເສຍຫາຍໃຫ້ທົ່ວທັງລັດ. ໜ້າທີ່ຕົ້ນຕໍຂອງພວກເຮົາໃນປັດຈຸບັນກ່ອນອື່ນໝົດແມ່ນກູ້ເອົາຊີວິດຂອງປະຊາຊົນໄວ້ກ່ອນ. ການເສຍຫາຍທາງດ້ານວັດຖຸ ແລະ ຊີວິອິນຊີໃນຄັ້ງນິີ້ ອາດເວົ້າໄດ້ວ່າ ເປັນຄັ້ງຍິ່ງໃຫ່ຍທີ່ສຸດໃນປະຫວັດສາດຂອງລັດ”.
ທ່ານ ນາງ Kate Brown ໃຫ້ຮູ້ເພີ່ມເຕີມວ່າ: ມີບາງເມືອງເຊັ່ນ: ເທສະບານ Detroit ທາງພາກກາງຂອງລັດ, Blue River ແລະ Vida ໃນເມືອງ Lane, Phoenix ແລະ Talent ທາງທິດໃຕ້ຂອງລັດນີ້ ອາດເວົ້າໄດ້ວ່າ ຖືກທຳລາຍຢ່າງຮາບກ້ຽງ.
ຂ່າວ: ລູກເມືອງພວນ.