AstraZeneca-Oxford ກັບມາທົດລອງວັກຊີນຕ້ານໂຄວິດ-19 ໄລຍະ 3 ແລ້ວ ຫລັງພົບອາສາສະໝັກບໍ່ສະບາຍຜິດປົກກະຕິ


ໃນວັນທີ 13 ກັນຍາ, AstraZeneca ແລະ ມະຫາວິທະຍາໄລ Oxford ທີ່ຈັບມືກັນທົດລອງ ແລະ ພັດທະນາວັກຊີນຕ້ານໂຄວິດ-19 ໄດ້ກັບມາທົດລອງວັກຊີນໄລຍະທີ 3 ແລ້ວ ຫລັງຈາກພົບອາສາສະໝັກບໍ່ສະບາຍຜິດປົກກະຕິ ຈົນເປັນເຫດໃຫ້ຕ້ອງໂຈະການທົດລອງວັກຊີນຊົ່ວຄາວປະມານ 1 ອາທິດ ໂດຍບໍ່ໄດ້ມີການເປີດເຜີຍລາຍລະອຽດກ່ຽວກັບອາສາສະໝັກຄົນດັ່ງກ່າວຢູ່ສະຫະຣາຊະອານາຈັກແຕ່ຢ່າງໃດ.
ໂດຍການທົດລອງວັກຊີນດັ່ງກ່າວຢູ່ອາເມລິກາ, ເບຣຊິນ, ອາຟຣິກາໃຕ້ ລວມທັງອິນເດຍຍັງດຳເນີນຕໍ່ໄປ ເຊິ່ງ AstraZeneca-Oxford ຖືເປັນ 1 ໃນ 9 ຜູ້ຄິດຄົ້ນ ແລະ ພັດທະນາວັກຊີນຕ້ານໂຄວິດ-19 ທີ່ຮ່ວມລົງນາມໃນ Historic Pledge ຮ່ວມກັບ Johnson & Johnson, BioNTech, GlaxoSmithKline, Pfizer, Merk, Moderna, Sanofi ແລະ Novavax ເພື່ອສະແດງເຈດຕະນາວ່າການພັດທະນາ ແລະ ທົດລອງວັກຊີນນີ້ຈະເປັນໄປໂດຍໃຫ້ຄວາມສຳຄັນຕໍ່ປະສິດທິພາບ ແລະ ຄວາມປອດໄພຂອງຊີວິດຄົນເປັນສຳຄັນ.
ອົງການອະນາໄມໂລກ (WHO) ລະບຸ ເບື້ອງຕົ້ນມີວັກຊີນຕ້ານໂຄວິດ-19 ທີ່ກຳລັງຢູ່ໃນຂັ້ນຕອນການທົດລອງເກືອບ 180 ຊະນິດທົ່ວໂລກ ມີວັກຊີນຕ້ານໂຄວິດ-19 ຢູ່ໃນໄລຍະທີ 3 ທັງໝົດ 9 ຊະນິດ ບໍ່ວ່າຈະເປັນ Moderna, BioNTech-Pfizer, CanSinoBio, Gamaleya, AstraZeneca-Oxford, Sinovac, Sinpharm-Wuhan Institute, Sinophar-Beijing Institute ແລະ Murdoch ໂດຍຍັງບໍ່ມີວັກຊີນຕ້ານໂຄວິດ-19 ຊະນິດໃດໄດ້ຮັບການອະນຸມັດໃຫ້ນຳໃຊ້ເປັນວົງກວ້າງ (Approved for full use) ເຊິ່ງຜູ້ພັດທະນາຕັ້ງເປົ້າຈະພະຍາຍາມທົດລອງວັກຊີນຕ້ານໂຄວິດ-19 ໃຫ້ທັນໃນທ້າຍປີນີ້ ຫລື ຕົ້ນປີໜ້າໃຫ້ໄດ້.