ທ່ານ ໂຍຊິຮິເດະ ຊູງະ ໄດ້ຮັບເລືອກເປັນຫົວໜ້າພັກ LDP ຕາດຄາດໝາຍ ກຽມກ້າວຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນແທນທ່ານ ຊິນໂຊ ອາເບະ
ພັກລິເບີຣັລ ເດໂມເຄຣຕິກ (LDP) ເຊິ່ງເປັນພັກລັດຖະບານຍີ່ປຸ່ນ ລົງຄະແນນສຽງເລືອກທ່ານ ໂຍຊິຮິເດະ ຊູງະ ຫົວໜ້າເລຂາທິການຄະນະລັດຖະມົນຕີເປັນຫົວໜ້າພັກຄົນໃໝ່ຕາມຄາດໝາຍ ໂດຍຄາດວ່າທ່ານຈະຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນແທນທ່ານ ຊິນໂຊ ອາເບະ ທີ່ລາອອກຈາກຕຳແໜ່ງໄປກ່ອນໜ້ານີ້.
ທ່ານ ຊູງະ ອາຍຸ 71 ປີ ໄດ້ຮັບການວາງຕົວໃຫ້ເປັນຜູ້ສືບທອດທາງການເມືອງຂອງທ່ານ ອາເບະ ຫລັງທ່ານ ອາເບະ ປະກາດລາອອກຢ່າງກະທັນຫັນໃນເດືອນຜ່ານມາ ດ້ວຍເຫດຜົນດ້ານສຸຂະພາບ ໂດຍທ່ານ ຊູງະ ເປັນບຸກຄົນທີ່ເຮັດວຽກໃກ້ຊິດກັບທ່ານ ອາເບະ ມາຕະຫລອດ ແລະ ຄາດວ່າຈະສືບຕໍ່ວຽກຈາກທ່ານ ອາເບະ ໃນຫລາຍໆເລື່ອງ ລວມທັງນະໂຍບາຍດ້ານເສດຖະກິດ ໃນຂະນະທີ່ຍີ່ປຸ່ນກຳລັງຕໍ່ສູ້ກັບວິກິດໂຄວິດ-19 ຄືກັບຫລາຍປະເທດ.
ຫລັງຈາກໄດ້ເປັນຜູ້ນຳພັກ LDP ແລ້ວ ຂັ້ນຕອນຕໍ່ໄປຄືການລົງມະຕິເລືອກນາຍົກລັດຖະມົນຕີຄົນໃໝ່ໃນລັດຖະສະພາວັນທີ 16 ກັນຍານີ້ ເຊິ່ງຖ້າບໍ່ມີຫຍັງຜິດພາດ ທ່ານ ຊູງະ ຈະໄດ້ເປັນຜູ້ນຳຂອງຍີ່ປຸ່ນຄົນຕໍ່ໄປ ເນື່ອງຈາກພັກ LDP ຄອງສຽງສ່ວນຫລາຍໃນສະພາ.
ຄາດໝາຍວ່າທ່ານ ຊູງະ ຈະດຳລົງຕຳແໜ່ງໄປຈົນຄົບວາລະທີ່ເຫລືອຂອງທ່ານ ອາເບະ, ຈາກນັ້ນຈະມີການເລືອກຕັ້ງທົ່ວໄປໃນເດືອນກັນຍາ 2021.
ທ່ານ ຊູງະ ເກີດໃນຄອບຄົວຊາວກະສິກຳ, ຈົບການສຶກສາລະດັບປະລິນຍາຕີດ້ານກົດໝາຍຈາກມະຫາວິທະຍາໄລໂຮເຊ ໃນປີ 1973 ກ່ອນຫັນມາຫລິ້ນການເມືອງ ແລະ ເຂົ້າເປັນສະມາຊິກພັກ LDP.
ທ່ານ ຊູງະ ດຳລົງຕຳແໜ່ງຫົວໜ້າເລຂາທິການຄະນະລັດຖະມົນຕີຍີ່ປຸ່ນມາເກືອບ 8 ປີ ແລະ ປະຕິບັດໜ້າທີ່ເປັນຜູ້ນຳໝາຍເລກ 2 ໂດຍພຶດຕິໄນຂອງຍີ່ປຸ່ນ ໂດຍຜ່ານມາ ຈະເຫັນທ່ານ ຊູງະ ອອກມາຕອບຄຳຖາມ ແລະ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການເຄື່ອນໄຫວຂອງລັດຖະບານເປັນປະຈຳ. ນອກຈາກນີ້ ທ່ານຍັງເປັນຜູ້ທີ່ຄອຍໃຫ້ຄຳປຶກສາ ແລະ ແນະນຳກ່ຽວກັບນະໂຍບາຍຕ່າງໆແກ່ທ່ານ ອາເບະ ນຳອີກ.