ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ

ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ -                                                                       4                                               46 - ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ
ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ - kitchen vibe - ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ

ກອງປະຊຸມປຶກສາຫາລືກ່ຽວກັບໂຄງການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ ເມືອງອະນຸວົງ ແລະ ຄວາມຄືບໜ້າຂອງໂຄງການກໍ່ສ້າງຫໍຫລັກເມືອງ ຂອງແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 14 ກັນຍານີ້, ໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງ, ທັງເປັນຫົວໜ້າຄະນະຊີ້ນໍາລວມໂຄງການພັດທະນາດັ່ງກ່າວ.

ກອງປະຊຸມດັ່ງກ່າວໃຫ້ຮູ້ວ່າ: ມາຮອດປັດຈຸບັນໂຄງການພັດທະນາພູເບ້ຍໄດ້ສໍາເລັດການສໍາຫລວດຕັດແລວທາງຂຶ້ນຈອມພູເບ້ຍ, ກໍານົດເປັນຈຸດຊົມວິວຕ່າງໆ ແລະ ສະຖານທີ່ຈອດລົດ, ສໍາເລັດການເກັບກໍາຂໍ້ມູນສິ່ງຂີດຂ້ວາງທີ່ຖືກຜົນກະທົບໃນຂອບເຂດໂຄງການທີ່ມີເນື້ອທີ່ຫລາຍກວ່າ 236.200 ເຮັກຕາ ເພື່ອໃຫ້ບໍລິສັດສາມາດດໍາເນີນການກໍ່ສ້າງ ສິ່ງອໍານວຍຄວາມສະດວກພື້ນຖານ.

ສ່ວນໂຄງການກໍ່ສ້າງຫໍຫລັກເມືອງ ເຊິ່ງເຫັນວ່າຍັງຈະຕ້ອງໄດ້ມີການປັບປຸງເຕີມຕື່ມເປັນຕົ້ນແມ່ນການຕິດຕັ້ງໄຟ້າເຂົ້າຫໍຫລັກເມືອງ, ສ້າງຫ້ອງນໍ້າ  ແລະ ອະນາໄມປັບເດີນໃຫ້ມີຄວາມສວຍງາມ ກ່ອນທີ່ຈະຈັດພິທີສົມໂພດ ແລະ ມອບຮັບ ຫໍຫລັກເມືອງດັ່ງກ່າວ.

 

ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ - 5 - ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ
ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ - 4 - ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ
ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ - 3 - ຫາລືການພັດທະນາແຫລ່ງທ່ອງທ່ຽວພູເບ້ຍ