ອາເມລິກາ ມອບປຶ້ມນິທານໃຫ້ໂຮງຮຽນ 850 ແຫ່ງໃນລາວເພື່ອສົ່ງເສີມການອ່ານ
ອົງການພັດທະນາສາກົນ ສະຫະລັດອາເມລິກາ ໄດ້ມອບປຶ້ມນິທານ 80.000 ກວ່າຫົວ ໃຫ້ໂຮງຮຽນປະຖົມສົມບູນ 850 ແຫ່ງ ຢູ່ແຂວງວຽງຈັນ, ອັດຕະປື, ຈຳປາສັກ ແລະ ແຂວງຊຽງຂວາງ ເພື່ອສົ່ງເສີມການອ່ານຂອງນັກຮຽນ. ພິທີມອບ-ຮັບປຶ້ມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2020 ຢູ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ເນື່ອງໃນໂອກາດສະຫລອງວັນສາກົນແຫ່ງການລຶບລ້າງຄວາມບໍ່ຮູ້ໜັງສື ຄົບຮອບ 55 ປີ.
ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ກ່າວວ່າ: ການຊ່ວຍເຫລືອດັ່ງກ່າວເປັນຈຸດມຸ່ງໝັ້ນ ແລະ ເປົ້າໝາຍຮ່ວມກັນໃນການພົວພັນຮ່ວມມື ລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແນໃສ່ຊຸກຍູ້ການອ່ານ ແລະ ການສຶກສາຂັ້ນພື້ນຖານສຳລັບເດັກນ້ອຍທຸກຄົນໃນ ສປປ ລາວ. ປັດຈຸບັນ ສະຫະລັດອາເມລິກາ ໄດ້ລົງທຶນຫລາຍກວ່າ 120 ລ້ານໂດລາ ໃນການປັບປຸງການສຶກສາຂັ້ນພື້ນຖານໃນລາວ ໂດຍຜ່ານການຈັດຕັ້ງປະຕິບັດໃນດ້ານຕ່າງໆຢ່າງກວ້າງຂວາງ ເປັນຕົ້ນໂຄງການຮຽນ-ອ່ານ ເປັນໂຄງການທີ່ເນັ້ນໃສ່ການປັບປຸງທັກສະການອ່ານຂອງເດັກນ້ອຍໃນຊັ້ນປະຖົມ ປ.1 ແລະ ປ.2 ໃນລາວ ໂດຍສະເພາະເດັກນ້ອຍທີ່ບໍ່ສາມາດເວົ້າພາສາຕັ້ງແຕ່ກຳເນີດ ແລະ ເດັກພິການ ແລະ ອື່ນໆ.