ລັດຖະສະພາຍີ່ປຸ່ນລົງຄະແນນເລືອກທ່ານ ໂຍຊິຮິເດະ ຊູງະ ເປັນນາຍົກລັດຖະມົນຕີຄົນໃໝ່ຕາມຄາດໝາຍ


ສະພາຜູ້ແທນລາຊະດອນແຫ່ງສະພາໄດເອດແຫ່ງຊາດຂອງຍີ່ປຸ່ນລົງຄະແນນສຽງເລືອກທ່ານ ໂຍຊິຮິເດະ ຊູງະ ຫົວໜ້າພັກລິເບີຣັສ ເດໂມເຄຣຕິກ (LDP) ເປັນນາຍົກລັດຖະມົນຕີຄົນທີ 99 ຢ່າງເປັນທາງການ ແທນທ່ານ ຊິນໂຊ ອາເບະ ທີ່ລາອອກຈາກຕຳແໜ່ງໄປກ່ອນໜ້ານີ້ດ້ວຍເຫດຜົນດ້ານສຸຂະພາບ.
ທ່ານ ຊູງະ ອາຍຸ 71 ປີ ເປັນພັນທະມິດໃກ້ຊິດຂອງທ່ານ ອາເບະ ເຊິ່ງທ່ານຈະສືບຕໍ່ວຽກທີ່ຍັງບໍ່ລຸລ່ວງຂອງນາຍົກລັດຖະມົນຕີຄົນກ່ອນ ລວມທັງນະໂຍບາຍເສດຖະກິດແບບ “ອາເບະໂນມິກ” ທີ່ເນັ້ນການປະຕິຮູບ ແລະ ກະຕຸ້ນເສດຖະກິດ ລວມທັງການໃຊ້ນະໂຍບາຍການເງິນແບບຜ່ອນຄາຍໃນໄລຍະຍາວ.
ເຊົ້າວັນທີ 16 ກັນຍານີ້, ທ່ານ ອາເບະ ຈັດກອງປະຊຸມຄະນະລັດຖະບານຄັ້ງສຸດທ້າຍ ແລະ ກ່າວຕໍ່ນັກຂ່າວວ່າ: ທ່ານພູມໃຈໃນຜົນສຳເລັດໃນໄລຍະທີ່ນັ່ງຕັ່ງນາຍົກລັດຖະມົນຕີເກືອບ 8 ປີຜ່ານມາ ໂດຍທ່ານ ຊູງະ ຈະມາຮັບໜ້າທີ່ຕໍ່ ພ້ອມພາລະກິດຮີບດ່ວນ ແລະ ຄວາມທ້າທາຍໃນການກອບກູ້ເສດຖະກິດຈາກສະພາບຫລຸດຖອຍ ຫລັງ GDP ຍີ່ປຸ່ນຫລຸດລົງເປັນປະຫວັດສາດເຖິງ 28,1% ໃນໄຕມາດ 2 ຈາກຜົນກະທົບຂອງໂຄວິດ-19 ທີ່ດຶງການບໍລິໂພກ ແລະ ການສົ່ງອອກຫລຸດລົງຢ່າງໜັກ.
ນອກຈາກບັນຫາເສດຖະກິດແລ້ວ, ຍີ່ປຸ່ນຍັງຜະເຊີນບັນຫາສັງຄົມຜູ້ອາຍຸສູງ ແລະ ອັດຕາການເກີດຕໍ່າ ໂດຍປັດຈຸບັນປະຊາກອນເກືອບ 1 ໃນ 3 ຂອງປະເທດມີອາຍຸເກີນ 65 ປີ.
ຫລັງຈາກລັດຖະສະພາລົງຄະແນນເລືອກແລ້ວ, ທ່ານ ຊູງະ ຈະຈັດຕັ້ງຄະນະລັດຖະບານຊຸດໃໝ່ ແລະ ຈະມີພິທີຮັບຮອງຄະນະລັດຖະບານໃໝ່ຂອງທ່ານ ຊູງະ ໂດຍສົມເດັດພະຈັກກະພັດດິນາຣຸຮິໂຕະ ທີ່ພະຣາດຊະວັງພີຣຽວຕໍ່ໄປ.
ຈາກເວລາທີ່ເຫລືອພຽງ 1 ປີກ່ອນໝົດວາລະດຳລົງຕຳແໜ່ງໃນຖານະຫົວໜ້າພັກ LDP ຄາດໝາຍວ່າທ່ານ ຊູງະ ອາດຕັດສິນໃຈຍຸບສະພາເພື່ອຈັດການເລືອກຕັ້ງໃໝ່ກ່ອນກຳນົດພາຍໃນປີນີ້ ເພື່ອດຶງຄະແນນສຽງ ແລະ ສ້າງຖານອຳນາດທາງການເມືອງໃນກົນລະຍຸດຊຸກຍູ້ການປະຕິຮູບເສດຖະກິດຕໍ່ໄປ.