ຄະນະລັດຖະບານຊຸດໃໝ່ຂອງນາຍົກລັດຖະມົນຕີຍີ່ປຸ່ນ Yoshihide Suga
ແຫຼ່ງຂ່າວຈາກ vietnamnet, ວັນທີ 16 ກັນຍາ ໃຫ້ຮູ້ວ່າ: ທ່ານ Nobuo Kishi ອາຍຸ 61 ປີ ນ້ອງຊາຍອະດີດນາຍົກລັດຖະມົນຕີ ຊິນໂຊອາເບະ ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດຍິ່ປຸ່ນປ່ຽນແທ່ທ່ານ Taro Kono.
ທ່ານຫົວໜ້າຫ້ອງການລັດຖະບານຍີ່ປຸ່ນຄົນປັດຈຸບັນ, ທ່ານ Katsunobu Kato ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Yoshihide Suga ໄດ້ຈັດຕັ້ງຄະນະລັດຖະບານໃໝ່ ໂດຍມີໜ້າຄົນເກົ່າຫຼາຍຄົນຈາກລັດຖະບານຂອງທ່ານ ຊິນໂຊອາເບະ.
ໃນຄະນະລັດຖະບານຊຸດໃໝ່ນີ້ມີ 8 ຕຳແໜ່ງຍັງຮັກສາໄວ້ຄືເກົ່າ ແລະ ປ່ຽນແປງພຽງ 2 ຕຳແໜ່ງໃໝ່ເທົ່ານັ້ນ. ຜູ້ເກົ່າກໍມີທ່ານ Taro Aso ລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ Toshimitsu Motegi, ລັດຖະມົນຕີເສດຖະກິດ, ການຄ້າ ແລະ ກະຊວງອຸດສາຫະກຳ ທ່ານ Hiroshi Kajiyama, ລັດຖະມົນຕີກະຊວງ ສິ່ງແວດລ້ອມ Shinjiro Koizumi…
ສອງຕຳແໜ່ງໃໝ່ມີ: ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ Taro Kono ເປັນລັດຖະມົນຕີຮັບຜິດຊອບປະຕິຮູບການບໍລິຫານ ແລະ ລັດຖະມົນຕີກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມແມ່ນທ່ານ Katsunobu Kato ຍ້າຍໄປເປັນຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ.
ນອກຈາກນັ້ນ, ໃນຄະນະລັດຖະບານຊຸດໃໝ່ນີ້ ຍັງມີຜູ້ຍິງສອງທ່ານຄື: ລັດຖະມົນຕີກະຊວງຍຸຕິທຳ, ທ່ານນາງ Yoko Kamikawa ແລະ ກະຊວງງານມະຫາກຳກີລາແມ່ນທ່ານນາງ Seiko Hashimoto. ອາຍຸສະເລ່ຍຂອງລັດຖະບານຊຸດໃໝ່ແມ່ນ 60 ປີ.
ທ່ານນາຍົກລັດຖະມົນຕີຄົນໃໝ່, ທ່ານ Suga ບໍ່ໄດ້ເຂົ້າຂ້າງອອກຂາທາງໃດ, ອັນນັ້ນສະແດງໃຫ້ເຫັນວ່າທ່ານເປັນຄົນທ່ຽງທຳ. ທ່ານເຂົ້າຮັບຕຳແໜ່ງຢ່າງເປັນທາງການຢູ່ທີ່ພາລາດຊະວັງ ໃນວັນທີ 16 ກັນຍາ.
ຂ່າວ: ລູກເມືອງພວນ.