ທະຫານປ້ອງກັນຊາຍແດນຫວຽດນາມ – ລາວ ຮັດແໜ້ນຄວາມສາມັກຄີ.
ແຫຼ່ງຂ່າວຈາກ ໜັງສືພິມ thoidai, ວັນທີ 16 ກັນຍາ ໃຫ້ຮູ້ວ່າ: ວັນທີ 15 ກັນຍາ, ຢູ່ດ່ານຊາຍແດນທົງທູ້, ທະຫານປ້ອງກັນຊາຍແດນ ແຂວງເຫງະອານ ສສ ຫວຽດນາມ ປະສານສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຕາແສງ ທົງທູ້, ເມືອງ ເກີຟອງ, ແຂວງ ເຫງະອານ ໄດ້ຈັດພິທີມອບຂອງຂວັນເພື່ອສະໜັບສະໜູນປະຊາຊົນບັນດາບ້ານ ຢູ່ ລຽບຊາຍແດນ, ປ້ອມຕຳຫຼວດ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 216, ກອງບັນຊາການທະຫານແຂວງຫົວພັນ, ປະເທດລາວ.
ຕາມໜັງສືພິມປ້ອງກັນຊາຍແດນ ລາຍງານໃຫ້ຮູ້ວ່າ: ຂອງຂວັນທີ່ນຳໄປມອບໃຫ້ຄັ້ງນີ້ລວມມີ: ເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ ເປັນມູນຄ່າ ທັງໝົດເກືອບ 30 ລ້ານດົ່ງ.
ທີ່ພິທີມອບຮັບ, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນເພື່ອ ແລກປ່ຽນຂໍ້ມູນຂ່າວສານ, ກຳແໜ້ນສະພາບການຢູ່ຕາມເຂດຊາຍແດນ; ເພີ່ມທະວີການລາດຕະເວນ, ກວດກາລະບົບຫຼັກໝາຍຊາຍແດນຢູ່ສອງຟາກຊາຍແດນ; ປະສານສົມທົບກັນສະກັດກັ້ນການຂ້າມຊາຍແດນແບບຜິດກົດໝາຍ, ປະກອບສ່ວນຍົກສູງປະສິດທິຜົນໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ໂຄວິດ – 19, ປົກປັກຮັກສາເຂດຊາຍແດນຫວຽດນາມ – ລາວໃຫ້ໝັ້ນຄົງ, ເປັນຊາຍແດນແຫ່ງມິດຕະພາບ ແລະ ສັນຕິພາບ…
ຂ່າວ: ລູກເມືອງພວນ.