ສະຫະລັດອາເມລິກາ ມອບປື້ມອ່ານໃຫ້ສຶກສາທິການ ແລະ ກິລາ ແຂວງ ວຽງຈັນ
ໃນວັນທີ 15 ກັນຍາຜ່ານມານີ້, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ໄດ້ມອບປື້ມອ່ານທີ່ໄດ້ຮັບການສະໜັບສະ ໜູນ ໂດຍສະຫະລັດອາເມລິກາ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ແຂວງ ວຽງຈັນ. ໂດຍສະເພາະປຶ້ມນິທານສໍາລັບຫ້ອງກຽມປະຖົມ ຈໍານວນ 29.000 ເຫລັ້ມ ໂດຍຈະໄດ້ແຈກຢາຍໄປໃຫ້ຫ້ອງກຽມປະຖົມຈໍານວນ 227 ຫ້ອງ. ໃນສົກຮຽນ 2020-2021 ນີ້ ແລະ ປຶ້ມນິທານ 81.000 ເຫລັ້ມຈະໄດ້ ຈັດສົ່ງໄປໃຫ້ໂຮງຮຽນປະຖົມທັງໝົດ 584 ແຫ່ງໃນສີ່ແຂວງເປົ້າໝາຍດ້ວຍທຶນຊ່ວຍເຫລືອລ້າ ຈາກອົງການ USAID.
ທ່ານທູດ ກ່າວວ່າ: ການຊ່ວຍເຫລືອດັ່ງກ່າວເປັນການຢືນຢັນເຖິງການ ພົວພັນການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ເພື່ອເປັນການຊຸກຍູ້ການສຶກສາຂັ້ນພື້ນຖານສໍາລັບເດັກນ້ອຍທຸກໆຄົນໃນລາວ ພ້ອມທັງເປັນການສົ່ງເສີມການສຶກສາແບບມີສ່ວນຮ່ວມ.
ປັດຈຸບັນ, ສະຫະລັດອາເມລິກາໄດ້ມີການລົງທຶນຫລາຍກ່ວາ 120 ລ້ານໂດລາ ໃນການປັບປຸງການສຶກສາຂັ້ນພື້ນຖານໃນ ສປປ ລາວ ໂດຍຜ່ານໂຄງການລິເລີ່ມຕ່າງໆ, ລວມທັງໂຄງການຮຽນອ່ານ. ໂດຍການສະໜັບສະໜູນຈາກ USAID ແລະ ຜ່ານການຮ່ວມມືຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ໃນການປັບປຸງທັກສະການອ່ານຂອງນັກຮຽນຈໍານວນ 65.313 ຄົນ ຢູ່ຕາມໂຮງຮຽນ 850 ແຫ່ງໃນແຂວງ ອັດຕະປື, ຈຳປາສັກ, ວຽງຈັນ, ແລະ ຊຽງຂວາງ.